ຈະນຳໃຊ້ທຶນ 7 ຕື້ກວ່າກີບ ປັບປຸງ 8 ເສັ້ນທາງໃນ ນວ

188

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະນໍາໃຊ້ເງິນກອງທຶນທາງ 7,4 ຕື້ກີບ ເພື່ອປັບປຸງທາສີເສັ້ນທາງ, ໄຟອໍານາດ ແລະ ຕິດຕັ້ງປ້າຍຈະລາຈອນຢູ່ 8 ເສັ້ນທາງຫຼັກພາຍໃນນະຄອນຫຼວງວຽງຈັນ ຄືນໃໝ່ ໃຫ້ມີ ຄວາມສວຍງາມ, ມີຄວາມເປັນລະບຽບ ແລະ ປະກອບສ່ວນຊ່ວຍແກ້ໄຂ ຄວາມແອອັດຂອງການສັນຈອນ ທັງເປັນການຕ້ອນຮັບວັນສໍາຄັນຂອງຊາດພາຍໃນປີ 2020.

ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງທາງບົກ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: 8 ເສັ້ນທາງທີ່ປັບປຸງໃໝ່ໃນຄັ້ງນີ້ ລວມມີ: ຖະໜົນໄກສອນ ພົມວິຫານ, ໜອງບອນ, ສາມແສນໄທ, ເສດຖາທິລາດ, ເຈົ້າຟ້າງຸ່ມ, ສຸພານຸວົງ, ລ້ານຊ້າງ ແລະ ຖະໜົນທ່າເດື່ອ ໂດຍໄດ້ອະນາໄມເອົາສີແຕ້ມເສັ້ນທາງເກົ່າອອກແລ້ວແຕ້ມສີໃໝ່ແທນ. ພ້ອມນີ້, ກໍໄດ້ປັບປຸງປ້າຍ ແລະ ໄຟອໍານາດຕາມເສັ້ນທາງເປົ້າໝາຍຄືນໃໝ່ເຊັ່ນກັນ.

ໃນເບື້ອງຕົ້ນແມ່ນເລີ່ມຈາກຖະໜົນໄກສອນ ພົມວິຫານ ແລະ ຖະໜົນລ້ານຊ້າງ ໂດຍເຮັດທັງເວັນ ແລະ ຄືນ ເພື່ອໃຫ້ສໍາເລັດກ່ອນວັນທີ 15 ມີນານີ້. ຈາກນັ້ນ, ຈຶ່ງສືບຕໍ່ປັບປຸງບັນດາເສັ້ນທາງທີ່ເຫຼືອ ເພື່ອໃຫ້ສໍາເລັດພາຍໃນເດືອນພຶດສະພາ ປີ 2020 ນີ້. ຄຽງຄູ່ກັບການປັບປຸງ 8 ເສັ້ນທາງຫຼັກແລ້ວ ຍັງຈະໄດ້ປັບປຸງເພີ່ມຕື່ມບາງເສັ້ນທາງທີ່ເຊື່ອມຕໍ່ທາງເບຕົງ ເພື່ອໃຫ້ເປັນລະບຽບຮຽບຮ້ອຍກວ່າເກົ່າ.

ພາບປະກອບເທົ່ານັ້ນ

ທ່ານ ສີວອນ ຊັບທະວີ ໃຫ້ຮູ້ຕື່ມວ່າ: ສໍາລັບການປັບປຸງທາສີຂອບທາງໃນຄັ້ງນີ້ ແມ່ນໄດ້ປ່ຽນແປງສີຂອບທາງໃໝ່ຕາມຄູ່ມືທີ່ກະຊວງໂຍທາທິການ ແລະ ຂົນສົ່ງກໍານົດໃໝ່ຢ່າງເປັນເອກະພາບນຳກັນໃນຂອບເຂດທົ່ວປະເທດ ໂດຍກຳນົດສີຂອບທາງຂອງຄູດອນກາງຈາກສີຂາວ ແລະ ແດງໃນເມື່ອກ່ອນມາເປັນສີຂາວ ແລະ ດໍາ; ສ່ວນເສັ້ນຜ່າກາງທາງທີ່ເປັນເສັ້ນທາງສັນຈອນສອງເລນນັ້ນ ແມ່ນປ່ຽນຈາກສີຂາວໃນເມື່ອກ່ອນມາເປັນສີເຫຼືອງ, ຂະນະທີ່ຂອບທາງເບື້ອງນອກແມ່ນບໍ່ໄດ້ແຕ້ມໃໝ່ເພາະມີປ້າຍຫ້າມຕ່າງໆຕິດຕັ້ງຢູ່ແລ້ວ.

ຢ່າງໃດກໍຕາມ, ໃນໄລຍະປັບປຸງທາສີທາງ, ໄຟອໍານາດ ແລະ ຕິດຕັ້ງປ້າຍຈະລາຈອນຄືນໃໝ່ນີ້ອາດເຮັດໃຫ້ການສັນຈອນໄປ – ມາຢູ່ບັນດາເສັ້ນທາງເປົ້າໝາຍຕ່າງໆພົບຄວາມຫຍຸ້ງຍາກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃນນະຄອນຫຼວງວຽງຈັນ ທຸກຄົນຈົ່ງມີສະຕິຄ່ອຍໄປຄ່ອຍມາ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ພ້ອມທັງປະຕິບັດຕາມກົດລະບຽບການສັນຈອນຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ມີອຸບັດເຫດເກີດຂຶ້ນ.

( ໂດຍ: ສົມລົດ ) ( ຂໍ້ມູນ: ບຸນຕຽງ ຈັນທະວົງ )