ບໍ່ເປັນບັນຫາອີກຕໍ່ໄປ ຜ້າຂົນໜູເກົ່າ ກໍຫອມນຸ່ມໄດ້ຄືຜ້າໃໝ່

80

ຜ້າຂົນໜູເກົ່າ ທີ່ເຮົາໃຊ້ດົນ, ອາດຈະຊັກບໍ່ສະອາດຕ້ອງລອງວິທີນີ້ ຫອມນຸ່ມຄືຊື້ໃໝ່ແນ່ນອນ ຕ້ອງໄດ້ລອງເບິ່ງແລ້ວ ຜ້າເຊັດໂຕ ຫຼື ຜ້າຂົນໜູ ທີ່ຖືວ່າເປັນຂອງໃຊ້ສ່ວນໂຕ ຢ່າງໜຶ່ງທີ່ເຮົາໃຊ້ຕະຫຼອດເປັນປະຈໍາ, ແລະໃຜກໍມັກຜ້າທີ່ສະອາດ, ງາມ ນຸ່ມ ຫອມ ໂດຍປົກກະຕິແລ້ວ ຜ້າຂົນໜູ ເມື່ອ ຜ່ານການໃຊ້ງານ ແລະ ຊັກໄປໄດ້ໄລຍະໜຶ່ງ ມັນກໍຈະແຂງແຫ້ງ, ມີກິ່ນອັບ, ການທີ່ເຮົາຈະໃຊ້ຕໍ່ໄປກໍຄົງບໍ່ປານໃດ, ຈະໃຫ້ຊື້ໃໝ່ຕະຫຼອດກໍຄົງບໍ່ໄຫວ ເປັນການສິ້ນເປືອງເງິນ ແຖມເສຍເວລາອີກ,

ມື້ນີ້ແອດມິນເລີຍນໍາເອົາວິທີເຮັດໃຫ້ຜ້າຂົນໜູຂອງເຮົາກັບມານຸ່ມ ຫອມ ຄືນໃໝ່ ດ້ວຍວິທີຊັກແບບນີ້:

ກຽມ ຜົງເບກກິ້ງໂຊດາ, ຢາສີຟັນສີຂາວ, ເກືອ, ນໍ້າຮ້ອນ, ທໍາອິດ ເອົາຜ້າເຊັດໂຕ ຫຼື ຜ້າຂົນໜູເກົ່າທີ່ຕ້ອງຊັກໄວ້ໃນຊາມ ຫຼື ຄຸ ຈາກນັ້ນໃຫ້ເທຜົງເບກກິ້ງໂຊດາລົງໄປປະມານເຄິ່ງຖ້ວຍ ຫຼື ໃຫ້ພໍດີກັບຂະໜາດຂອງຜ້າ ແລ້ວຊັກໃຫ້ເບກກິ້ງໂຊດາຕິດທົ່ວຜ້າ, ເບກກິ້ງໂຊດາ ມີປະສິດທິພາບໃນການເຮັດຄວາມສະອາດ ແລະ ກໍາຈັດກິ່ນເໝັນໄດ້,

ຕໍ່ມາກໍບີບຢາສີຟັນສີຂາວລົງໄປພໍປະມານ, ໃສ່ເກືອລົງໄປເລັກນ້ອຍ ຈາກນັ້ນກໍເທນໍ້າຮ້ອນໄປໃຫ້ຖ້ວມຜ້າ, ໃຊ້ໄມ້ຄົນໃຫ້ສ່ວນປະສົມລະລາຍນໍ້າ ຫຼື ຈະໃສ່ນໍ້າຢາປັບຜ້ານຸ້ມເພື່ອເພີ່ມຄວາມຫອມ ແຊໄວ້ປະມານ 20 ນາທີ ພ້ອມຍ່ອງຜ້າ.

ຈະສັງເກດເຫັນວ່າ ຄາບດໍາຂອງຜ້າອອກມາໃນນໍ້າ, ຜ້າກໍຈະກັບມາສະອາດຄືໃໝ່ອີກຄັ້ງ ເບກກິ້ງໂຊດາມີປະສິດທິພາບໃນການກໍາຈັດສິ້່ງເປິເປື້ອນ, ຢາສີຟັນມີສ່ວນຊ່ວຍໃຫ້ຜ້າຂາວຂຶ້ນ ເກືອຊ່ວຍໃຫ້ຂ້າເຊື້ອລາຈາກເຫື່ອໄຄ ແລະ ນໍ້າຢາປັບຜ້ານຸ່ມຈະຊ່ວຍໃຫ້ຜ້ານຸ່ມ ແລະ ຫອມ,

ຫຼັງຈາກທີ່ແຊ່ໄດ້ແລ້ວໃຫ້ຕາກໄວ້ປະມານ 2 ຊົ່ວໂມງ ຈົນຜ້າແຫ້ງສະໜິດ ພຽງເທົ່ານັ້ນເຮົາກໍຈະມີຜ້າເຊັດໂຕທີ່ສະອາດນຸ້ມຄືໃໝ່ໂດຍບໍ່ຈໍາເປັນຕ້ອງໄປຊື້ໃໝ່ …


ຈາກ: mycomic