ອັດຕະປືເຂັ້ມງວດ! ວາງມາດຕະການເຄັ່ງຄັດເຝົ້າລະວັງ ໂຄວິດ-19

136

ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງເຊື້ອໄວຣັດ ໂຄວິດ-19 ທີ່ກຳລັງມີການລະບາດຂະຫຍາຍ ແລະ ມີຜົນກະທົບເປັນວົງກວ້າງຕໍ່ເສດຖະກິດ-ສັງຄົມໃນທົ່ວໂລກນັ້ນ ປັດຈຸບັນ ແຂວງ ອັດຕະປື ເຖິງແມ່ນວ່າ ຈະບໍ່ທັນພົບກໍລະນີຜູ້ຕິດເຊື້ອໃນລາວ ຍ້ອນເຈົ້າໜ້າທີ່ກ່ຽວຂ້ອງໄດ້ວາງມາດຕາການກວດກາກັນກອງຢ່າງເຄັ່ງຄັດ ຢູ່ຕາມຈຸດດ່ານຊາຍແດນ ແລະ ເປົ້າໝາຍຫຼໍ່ເເຫຼມຕ່າງໆ ຍິ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ເຝົ້າລະວັງ ເນື່ອງຈາກ ແຂວງ ອັດຕະປືເອງ ນອກຈາກເປັນຈຸດຄົບຄ້າພົວພັນດ້ານເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວແລ້ວ ຍັງມີຊາຍແດນຕິດກັບປະເທດເພື່ອນບ້ານໃກ້ຄຽງທີ່ມີກໍລະນີຜູ້ຕິດເຊື້ອຕາມນິຍາມອີກດ້ວຍ.

ທ່ານ ນາງ ອອນຜິວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກແຂວງ ອັດຕະປື ໄດ້ໃຫ້ສຳພາດ ໃນວັນທີ 12 ມີນາ 2020 ວ່າ: ເລີມແຕ່ທ້າຍເດືອນມັງກອນ ມາຮອດປັດຈຸບັນ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງແຂວງ ກໍ່ໄດ້ມີຄະນະກຳມະການຄອບບຄຸມພະຍາດຕິດຕໍ່ຂັ້ນແຂວງ ປືກສາຫາລືວາງມາດຕາການຢ່າງເຄັ່ງຄັດ, ເອົາໃຈໃສ່ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຂອງຂັ້ນເທິງກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໃນທົ່ວແຂວງ, ໄດ້ພ້ອມກັນຈັດຕັ້ງພະນັກງານແພດໝໍໄປປະຈຳການ ແລະ ຕັ້ງຈຸດກັ່ນກອງຄົນເຂົ້າ-ອອກເມືອງ ສົມທົບກັບເຈົ້າໜ້າທີ່ ຢູ່ຊາຍແດນດ່ານສາກົນພູເກືອ ໂດຍມີການລາຍງານສະພາບທຸກໆວັນ, ໃຫ້ສຸຂະສຶກສາຄວາມຮູ້ກ່ຽວກັບການປ້ອງກັນພະຍາດໃນແຕ່ລະເມືອງ, ເຂດຊຸມຊົນໄພພິບັດ ເມືອງ ສະໝາມໄຊ ແລະ ໃນງານຕ່າງໆ, ໄດ້ຕິດປ້າຍໂປສເຕີໃນຈຸດຊຸມຊົນ, ຕະຫຼາດ, ຄີວລົດ, ໂຮງຮຽນ, ໂຮງໝໍ, ສຳນັກງານປົກຄອງແຂວງ ແລະ ຈຸດອື່ນໆອີກ.

ທັງນີ້, ສໍາລັບມາດຕະການປ້ອງກັນໃນປັດຈຸບັນ ຍັງສືບຕໍ່ເຝົ້າລະວັງກັ່ນກອງຄົນເຂົ້າອອກເມືອງຢູ່ຈຸດດ່ານສາກົນພູເກືອ, ຖ້າມີກໍລະນີສົງໄສກໍ່ໄດ້ກັກຕົວ ພ້ອມປະສານຫາພາກສ່ວນກ່ຽວຂ້ອງປະຕິບັດຕາມລະບຽບການ, ຫາກມີຜູ້ມາຈາກເຂດເກີດລະບາດແມ່ນໄດ້ມີການກັກຕົວຢ່າງໜ້ອຍ 14 ວັນ ແລະ ຖ້າມີອາການເຂົ້າກັບນິຍາມແມ່ນໄດ້ນຳສົ່ງໂຮງໝໍທີ່ໄດ້ກະກຽມໄວ້ຢ່າງຮີບດ່ວນ, ສະເພາະໂຮງໝໍແຂວງ ອັດຕະປື ໄດ້ມີການກະກຽມອຸປະກອນການແພດ ແລະ ຢາໄວ້ແຮໄວ້ເປັນພື້ນຖານ, ມີພະນັກງານແພດໝໍຮັບຮອງໃຫ້ການບໍລິການຮັບໃຊ້ກ່ຽວກັບການປ້ອງກັນພະຍາດ ແລະ ວິທີເຕັກນິກຕ່າງໆໃນການປິ່ນປົວຕະຫຼອດ 24 ຊົ່ວໂມງ.

ແນວໃດກໍ່ດີ ຂໍຮຽກຮ້ອງມາຍັງບັນດາພາກລັດ-ເອກະຊົນ, ນັກທຸລະກິດ ແລະ ຊາຊົນບັນດາເຜົ່າທຸກຊັ້ນຄົນ ຈົ່ງໃຫ້ເປັນເຈົ້າການໃນການປະຕິບັດການປ້ອງກັນພະຍາດເປັນຕົ້ນຕໍ ແລະ ຖືການປິ່ນປົວພະຍາດເປັນບັນຫາສຳຄັນຕໍ່ການດຳລົງຊີວິດທີ່ດີຂອງຕົນເອງ ໂດຍໃຫ້ປະຕິບັດຕາມຫຼັກການແພດໝໍຊີ້ນໍາທຸກຄັ້ງຢ່າງລະອຽດ, ສິ່ງສຳຄັນຖ້າມີອາການໄຂ້ ຫຼື ຫາຍໃຈຍາກ, ເຈັບຄໍ, ໄອ ຫຼື ຫາກຕ້ອງໄປເບິ່ງແຍງບຸກຄົນທີ່ມີອາການສະເເດງອອກດັ່ງກ່າວນັ້ນ ຄວນໃສ່ຜ້າອັດປາກ-ດັງໃຫ້ຖືກຕ້ອງກັບວິທີທີ່ໄດ້ແນະນຳ ແລະ ຕ້ອງໃຫ້ຖິ້ມລົງໃສ່ຖັງຂີ້ເຫຍື່ອເທົ່ານັ້ນ, ຖ້າມີອາການເຈັບເປັນແຮງໃຫ້ໄປປິ່ນປົວຢູ່ໂຮງໝໍຕາມເງື່ອນໄຂ ແລະ ຫ້າມບໍ່ໃຫ້ຊື້ຢາກິນເອງ.

ຂໍ້ມູນຈາກ: Attapeu Media