ທ່າແຕງ ປະກາດແຕ່ງຕັ້ງ ພະນັກງານນຳເມືອງຫຼາຍຕໍາແໜ່ງ

113

ໂດຍຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຫຼາຍອົງການປົກຄອງນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີການໂຍກຍ້າຍໜ້າທີ່ພະນັກງານ, ທັງນີ້ ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບດີຂຶ້ນເລື້ອຍໆ. ຫຼ້າສຸດ, ເມືອງ ທ່າແຕງ ແຂວງ ເຊກອງ ກໍ່ໄດ້ມີພິທີປະກາດ, ແຕ່ງຕັ້ງປ່ຽນໜ້າທີ່ ພະນັກງານເຊັ່ນດຽວກັນ

ພິທີດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 12 ມີນາ 2020 ຜ່ານມາ ທີ່ເມືອງ ທ່າແຕງ ແຂວງ ເຊກອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ      ສົມເພັດ ເອິດລັດດາ ເລຂາພັກເມືອງ ເຈົ້າເມືອງ ເມືອງທ່າແຕງ, ມີຄະນະພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົງລົງເລກທີ 56/ຈມ.ທຕ ລົງວັນທີ 11 ມີນາ 2020 ວ່າດ້ວຍການສັບປ່ຽນໜ້າທີ່ລະຫວ່າງຫົວໜ້າຄະນະຈັດຕັ້ງເມືອງ ແລະ ປະທານຄະນະກວດກາເມືອງ. ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ສະບັບເລກທີ74/ສພຊ ລົງວັນທີ 18ທັນວາ 2015 ໃນພາກທີ 2 ໝວດທີ3 ມາດຕາທີ 20 ວ່າດ້ວຍການຍົກຍ້ານສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານລັດຖະກອນ.

ໃນນັ້ນ ໄດ້ໂຍກຍ້າຍ ທ່ານ ບຸນສວນ ບຸດບຸນມາ ກຳມະການປະຈຳພັກເມືອງ ປະທານອົງການກວດກາພັກ-ລັດເມືອງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຄະນະຈັດຕັ້ງເມືອງ, ໂຍກຍ້າຍທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຜູ່ເກົ່າ ໄປຮັບໜ້າທີ່ໃໝ່ ເປັນປະທານອົງການກວດກາພັກ-ລັດ ເມືອງ.

ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການໂຍກຍ້າຍທ່ານ ຄໍາຫຼ້າ ສີງຫາລາດ ແລະ ທ່ານ ອິນປັນ ພັນທະວົງ ຮອງປະທານອົງການກວດກາພັກ-ລັດເມືອງຜູ້ເກົ່າ ໄປປະຈຳການຢູ່ຫ້ອງວ່າການປົກຄອງເມືອງ, ໂຍກຍ້າຍ ທ່ານ ພູເຂົາ ລາດສະບັນດິດ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ແລະທ່ານ ສາຍໂລຫຼິດ ໄຊຍະລາດ ຮອງຫົວໜ້າເຂດຈຸດສຸມພັດທະນທີ 4 ມາດຳລົງຕຳແໜ່ງເປັນຮອງປະທານອົງການກວດກາພັກ-ລັດເມືອງ.

ທີ່ມາ: ຂ່າວເມືອງທ່າແຕງ