ສຸກີ້ແຫ້ງອາຫານປະເພດເສັ້ນທີ່ໄດ້ຮັບຄວາມນິຍົມ

125

ມື້ນີ້ຈະແນະນໍາອາຫານປະເພດເສັ້ນທີ່ຫຼາຍຄົນມັກສັ່ງ ເມື່ອໄປກິນຢູ່ຕາມຮ້ານອາຫານຕາມສັ່ງ ຫຼື ຈະນໍາມາປຸງແຕ່ງເອງກໍງ່າຍແຖມບໍ່ຕ້ອງໃຊ້ເວລາໃນການປຸງແຕ່ງດົນອີກດ້ວຍ.

ສ່ວນປະສົມ: ຊີ້ນໝູໝັກນ້ຳມັນຫອຍ ຫຼື ຈະເປັນຊີ້ນອື່ນໆກໍໄດ້ 1 ຖ້ວຍນ້ອຍ; ກະທຽມ ແລະ ໝາກເຜັດຕຳລະອຽດ 1 ບ່ວງແກງ; ຜັກກາດຂາວ 1/2 ຫົວ; ຜັກບົ້ງຊອຍ 1 ຖ້ວຍນ້ອຍ; ນ້ຳແຈ່ວສຸກີ້ສຳເລັດຮູບຕາມໃຈມັກ; ລ້ອນແຊ່ນ້ຳ 2 ຫໍ່ນ້ອຍ; ໄຂ່ໄກ່ 2 ໜ່ວຍ; ຜັກເຊີເນຣີ 2 ຕົ້ນ ແລະ ນ້ຳມັນສຳລັບຂົ້ວ 1 – 2 ບ່ວງແກງ.

ວິທີປຸງແຕ່ງ: ກ່ອນອື່ນແມ່ນເອົານ້ຳແຈ່ວສຸກີ້ໃສ່ເສັ້ນລ້ອນຄົນໃຫ້ເຂົ້າກັນກຽມໄວ້ ແລະ ຈຶ່ງເອົານ້ຳມັນໃສ່ໝໍ້ຄ້າງໄຟແຮງ ພໍໝໍ້ຮ້ອນເອົາກະທຽມພ້ອມໝາກເຜັດທີ່ຕຳລະອຽດລົງຂົ້ວ ( ລະວັງແສບດັງ ) ພໍຫອມເອົາຊີ້ນລົງຂົ້ວຈົນເລີ່ມສຸກຈຶ່ງຕອກໄຂ່ລົງ; ຂົ້ວໄຂ່ປະມານ 8 – 10 ວິນາທີເທົ່ານັ້ນກໍພໍແລ້ວ ເອົາຜັກກາດຂາວ, ຜັກບົ້ງ ແລະ ເສັ້ນລ້ອນລົງຂົ້ວຈົນສຸກຕັກໃສ່ຈານໂຮຍໜ້າດ້ວຍຜັກເຊີເນຣີ ຫຼື ຜັກຫອມຕ່າງໆຕາມໃຈມັກ.

ສຳລັບຜັກກາດຂາວແນະນຳໃຫ້ລວກກ່ອນເລັກໜ້ອຍຈຶ່ງນຳມາຂົ້ວ ເພາະຈະເຮັດໃຫ້ຜັກສຸກສະເໝີກັນເວລາຂົ້ວ ຫຼື ຈະຂົ້ວເລີຍກໍໄດ້ແຕ່ຕ້ອງຂົ້ວຜັກກາດຂາວກ່ອນ.

( ຂໍ້ມູນຈາກ: cooking.kapook.com )