ຮັກສາວິຕາມິນຈາກການປຸງອາຫານດ້ວຍຜັກ ແລະ ໝາກໄມ້ແນວໃດ?

83

ເປັນທີ່ຮູ້ກັນດີແລ້ວວ່າຜັກ ແລະ ໝາກໄມ້ແມ່ນມີຄຸນປະໂຫຍດຕໍ່ສຸຂະພາບ ແຕ່ຈະກິນແນວໃດ ຫຼື ຈະເຮັດແນວໃດເພື່ອໃຫ້ເວລານໍາມາປຸງແຕ່ງອາຫານແລ້ວບໍ່ເສຍຄຸນຄ່າທາງອາຫານ ມື້ນີ້ເຮົາມີວິທີເນາະນໍາເລັກໜ້ອຍໃນການຮັກສາຄຸນຄ່າຂອງອາຫານມາຝາກ.

ຄວນລ້າງຜັກທຸກຄັ້ງກ່ອນນຳມາຊອຍ ເພາະຈະສູນເສຍວິຕາມິນໜ້ອຍກວ່າຊອຍແລ້ວລ້າງ; ຄວນປຸງແຕ່ງໃຫ້ໄວຫຼັງຈາກທີ່ຊື້ມາ ແລະ ບໍ່ຄວນປະສ່ວນປະສົມໄວ້ດົນ; ຄວນຊອຍປ່ຽງນ້ອຍໆ ເພາະຂະໜາດນ້ອຍຈະປຸງສຸກໄວກວ່າ ແລະ ຊ່ວຍຖະໜອມວິຕາມິນໄດ້ນຳ; ຄວນໃຊ້ເວລາປຸງໃຫ້ໄວ ຫຼື ໃຊ້ໄຟແຮງເພື່ອໃຫ້ອາຫານສຸກໄວຈະຊ່ວຍຮັກສາວິຕາມິນໄດ້ດີກວ່າ ( ເປັນຕົ້ນແມ່ນອາຫານປະເພດຂົ້ວ ).

ຄວນໃຊ້ເວລາໃນການຕົ້ມໃຫ້ໜ້ອຍລົງ ເພາະຍິ່ງຕົ້ມດົນວິຕາມິນ C ຍິ່ງສູນເສຍຫຼາຍຂຶ້ນ; ຄວນໃຊ້ນ້ຳໃນການຕົ້ມໃຫ້ໜ້ອຍລົງ ເພາະວິຕາມິນສ່ວນໃຫຍ່ຈະອອກມາຢູ່ໃນນໍ້າທີ່ຕົ້ມ ຫຼື ລວກ; ຄວນນຳມາໜຶ້ງແທນການລວກ ເພາະການລວກ ຫຼື ຕົ້ມ ຈະເປັນການເທວິຕາມິນຖິ້ມໄປກັບນ້ຳທີ່ໃຊ້; ຄວນກິນທັງເປືອກ ເພາະໃນເປືອກຈະມີວິຕາມິນຫຼາຍກວ່າທີ່ຄິດ ແລະ ຄວນກິນທັນທີຫຼັງຈາກປຸງແຕ່ງອາຫານສຳເລັດ ເພາະການກິນອາຫານທັນທີແມ່ນຈະໄດ້ສານອາຫານທີ່ສົດໃໝ່.

( ຂໍ້ມູນຈາກ: heal-thcarethai.com )