ພັນລະຍາຂອງນາຍົກລັດຖະມົນຕີການາດາ ຕິດເຊື້ອໂຄໂຣນາສາຍພັນໃໝ່

62

ທ່ານນາງໂຊຟີ ກຣີກົວ-ທຣູໂດ ພັນລະຍາຂອງນາຍົກລັດຖະມົນຕີຈັສຕິນ ທຣູໂດ ຜູ້ນຳປະເທດການາດາ ກຳລັງປິ່ນປົວຢູ່ໂຮງໝໍ ຫຼັງຜົນກວດສຸຂະພາບຢືນຢັນວ່າ ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງອັອດຕາວາ ປະເທດການາດາ ເມື່ອວັນພະຫັດ ທີ 12 ມີນາ ຜ່ານມາ ກ່ຽວກັບຜົນກວດຫາການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “Covid-19” ຂອງ ທ່ານນາງ ນາງໂຊຟີ ກຣີກົວ-ທຣູໂດ ພັນລະຍາຂອງນາຍົກລັດຖະມົນຕີການາດາຈັສຕິນ ທຣູໂດ ຫຼັງຈາກມີອາການປ່ວຍ ເມື່ອເດີນທາງກັບຈາກການຮ່ວມປະຊຸມລາຍການໜຶ່ງທີ່ສະຫາຣາຊະອານາຈັກ ວ່າ ທຳນຽບນາຍົກລັດຖະມົນຕີການາດາ ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ວ່າ ຜົນກວດຂອງນາງໂຊຟີ ກຣີກົວ-ທຣູໂດ “ເປັນບວກ” ໝາຍຄວາມ “ຕິດເຊື້ອ”.

ທັງນີ້ ເຈົ້າໜ້າທີ່ສາທາລະນະສຸກໄດ້ກັກຕົວຜູ້ປ່ວຍແລ້ວ ໂດຍແຍກອອກຈາກສະມາຊິກໃນຄອບຄົວທັງໝົດ ແຕ່ບໍ່ມີການເປີດເຜີຍສະຖານທີ່ ຂະນະທີ່ ຜູ້ນຳປະເທດການາດາໄດ້ຂະຫຍາຍເວລາກັກຕົນເອງຢູ່ເຮືອນໃນນະຄອນຫຼວງອັອດຕາວາ ເປັນໄລຍະ 14 ວັນ ເພື່ອຕິດຕາມອາການ.

ປັດຈຸບັນ ປະເທດການາດາ ມີຜູ້ປ່ວຍຈາກການຕິດເຊື້ອໂຄວິດ-19 ຢ່າງນ້ອຍ 142 ຄົນ ປິ່ນປົວເຊົາແລ້ວ 11 ຄົນ ແລະເສຍຊີວິດຢ່າງໜ້ອຍ 1 ຄົນ ໃນຂະນະທີ່ ທ່ານທຣູໂດ ໄດ້ປະກາດ ເມື່ອຕົ້ນອາທິດ ຜ່ານມາ ເປັນງົບປະມານສຸກເສີນ ເບື້ອງຕົ້ນ 1,1 ຕື້ໂດລາການາດາ (ປະມານ 7.047 ຕື້ກີບ) ເພື່ອຊ່ວຍເຫຼືອທຸກພາກສ່ວນໃນປະເທດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.