ເຕັກນິກການປູກອາໂວກາໂດ ແບບງ່າຍໆໄວ້ເກັບກິນເອງຢູ່ເຮືອນ

219

ປັດຈຸບັນກະແສການຮັກສາສຸຂະພາບກໍາລັງມາແຮງ, ບໍ່ວ່າຈະເປັນການອອກກໍາລັງ ຫຼື ເລືອກກິນອາຫານທີ່ມີປະໂຫຍດ ເຮັດໃຫ້ພືດຜັກ, ໝາກໄມ້ປອດສານພິດທີ່ບໍລິໂພກແລ້ວດີຕໍ່ຮ່າງກາຍ ໄດ້ກາຍເປັນອາຫານທີ່ນິຍົມກັນຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນໝາກອາໂວກາໂດ ທີ່ກາຍເປັນອາຫານສຸຂະພາບຍອດນິຍົມທີ່ມີລາຄາສູງພໍສົມຄວນຕາມທ້ອງຕະຫຼາດ ເຮັດໃຫ້ຜູ້ບໍລິໂພກບາງຈໍານວນກໍຕ້ອງມີຂີດຈໍາກັດໃນການຫາຊື້ໝາກໄມ້ດັ່ງກ່າວ. ດັ່ງນັ້ນ, ເພື່ອຕັດບັນຫາການຊື້ໝາກໄມ້ຊະນິດນີ້ທີ່ມີລາຄາແພງຕາມທ້ອງຕະຫຼາດ ກໍຕ້ອງປູກເອງໄວ້ຕາມບ້ານເຮືອນ ເຊິ່ງມື້ນີ້ຜູ້ຂຽນກໍໄດ້ນໍາເອົາວິທີການປູກມາແບ່ງປັນໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງໃຊ້ນໍາກັນ.

ວິທີການປູກອາໂວກາໂດ ບໍ່ມີຂັ້ນຕອນຫຍັງຫຍຸ້ງຍາກ ແລະ ບໍ່ຕ້ອງການການດູແລເອົາໃຈໃສ່ຫຼາຍປານໃດ, ຂໍພຽງມີພື້ນທີ່ສວນຂະໜາດນ້ອຍພໍປະມານ ເນື່ອງຈາກຕົ້ນໝາກໄມ້ຊະນິດນີ້ມີຄວາມສູງເກືອບເທົ່າກັບຕົ້ນໝາກມ່ວງ, ແຕ່ກໍມີຫຼາຍພັນໃຫ້ເລືອກ. ສະນັ້ນ, ພື້ນທີ່ປູກຕ້ອງບໍ່ແອອັດເກີນໄປ ຫາກປູກພັນຕົ້ນນ້ອຍໃຫ້ໃຊ້ໄລຍະຫ່າງ 6 ແມັດຕໍ່ 1 ຕົ້ນ, ສ່ວນພັນຕົ້ນໃຫຍ່ໃຫ້ມີໄລຍະຫ່າງ 8 ແມັດຕໍ່ 1 ຕົ້ນ. ແນວໃດກໍດີ, ການປູກໝາກອາໂວກາໂດ ສາມາດເຮັດໄດ້ຫຼາຍວິທີ, ແຕ່ຜູ້ຂຽນຍົກຂຶ້ນມານໍາສະເໜີໃນມື້ນີ້ມີ 3 ວິທີດ້ວຍກັນ ຄື:

ວິທີທີ 1:  ນໍາແກ່ນພັນປູກລົງດິນເລີຍ ໂດຍບໍ່ມີການເພາະໃຫ້ຮາກງອກກ່ອນ, ໃຊ້ໄມ້ຈີ້ມແຂ້ວສຽບຕາມແກ່ນໝາກອາໂວກາໂດ ເຮັດເປັນຄານໂອບອຸ້ມແກ່ນໄວ້ເມື່ອນໍາໄປແຊ່ນໍ້າຢອງໃສ່ປາກຂວດ. ຈາກນັ້ນ, ແມ່ນການຫໍ່ແກ່ນພັນດ້ວຍເຈ້ຍອະນາໄມ ໂດຍຫໍ່ພຽງເຄິ່ງດຽວເທົ່ານັ້ນແລ້ວຈຸ່ມນໍ້າຈົນຊຸ່ມ ແລະ ປ່ອຍໄວ້ໃຫ້ຮາກງອກຂຶ້ນມາ.

ວິທີທີ 2 ແລະ 3: ໃຫ້ນໍາໄປໃສ່ກວດເພື່ອຮັກສາຄວາມຊຸ່ມຊື່ນ ປິດກວດຈົນກວ່າຮາກຈະງອກອອກມາແລ້ວຈຶ່ງຄ່ອຍເປີດຝາ, ໝັ່ນຕື່ມນໍ້າໃນກວດຢ່າໃຫ້ຂາດ ໃຊ້ເວລາປະມານ 2 ຫາ 3 ເດືອນ ລໍຖ້າຮາກຍາວ ແລະ ແຂງແຮງ, ມີໃບອ່ອນ 5 ຫາ 6 ໃບ ຈຶ່ງຍ້າຍໄປປູກລົງດິນ.

ວິທີການບົວລະບັດຮັກສາ: ສໍາລັບການປູກລົງດິນເລີຍໃຫ້ກຽມດິນໜຽວປົນດິນຊາຍປະສົມຂຸຍໝາກພ້າວ ຫຼື ກາບໝາກພ້າວສັບ ເພື່ອໃຫ້ດິນລະບາຍນໍ້າໄດ້ດີ, ສ່ວນການກ້າໝາກອາໂວກາໂດ ລົງດິນໃໝ່ໆໃຫ້ລະມັດລະວັງຢ່າໃຫ້ນໍ້າຖ້ວມຂັງຫຼາຍເກີນໄປ, ໝາກໄມ້ຊະນິດນີ້ຕ້ອງການແສງແດດແຕ່ບໍ່ມັກຄວາມຮ້ອນອົບເອົ້າ, ຄວນເລືອກປູກໃນບ່ອນອາກາດຖ່າຍເທສະດວກ. ນອກຈາກນີ້, ກໍສາມາດປູກແຊມໄວ້ກັບພືດຢືນຕົ້ນຊະນິດອື່ນໄດ້ເຊັ່ນກັນ, ສ່ວນການໃຫ້ນໍ້າຕ້ອງສະໝໍ່າສະເໝີ, ໃຫ້ນໍ້າທຸກມື້ເຊົ້າ – ແລງແຕ່ບໍ່ຕ້ອງຫົດຫຼາຍເກີນໄປເພາະຮາກຈະເນົ່າ. ຫຼັງປູກແລ້ວເມື່ອມີຄວາມສູງປະມານ 6 ຫາ 7 ນິ້ວ ໃຫ້ຕັດຍອດອອກ ເພື່ອເລັ່ງການແຕກຍອດໃໝ່ເມື່ອສູງໄດ້ 12 ນິ້ວ ໃຫ້ເດັດຍອດອ່ອນອອກເພື່ອໃຫ້ແຕກຍອດໃໝ່ອອກມາເລື້ອຍໆ. ສຸດທ້າຍເມື່ອຕົ້ນສູງປະມານ 1 ແມັດ ໃຫ້ເລີ່ມໃສ່ປຸ໋ຍບໍາລຸງ 1 ຫາ 2 ຄັ້ງຕໍ່ເດືອນ, ເຝົ້າລະວັງກໍາຈັດສັດຕູພືດໃຫ້ດີຫາກບົວລະບັດຮັກສາດີພຽງ 3 ປີ ກໍສາມາດໃຫ້ຜົນຜະລິດເກັບກິນໄດ້ແລ້ວ.

( ທີ່ມາ: https://decor.mthai.com/garden/46745.html )