ຜູ້ນຳຟີລິບປິນ ສັ່ງ “ປິດນະຄອນຫຼວງມະນິລາ 30 ວັນ ຄວບຄຸມໂຄວິດ-19

65

ປະທານາທິບໍດີໂຣດຣິໂກ ດູເຕເຕ ປະກາດມາດຕະການ ຈຳກັດການເດີນທາງເຂົ້າ ແລະ ອອກ ນະຄອນຫຼວງມະນິລາ ໃນທຸກເສັ້ນທາງ, ປິດໂຮງຮຽນ ແລະ ຫ້າມການຮວມກຸ່ມໃຫຍ່ ຢ່າງໜ້ອຍ 30 ວັນ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງມີຜູ້ເສຍຊີວິດ ໃນປະເທດແລ້ວ 5 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟີລິບປິນ ເມື່ອວັນສຸກ ທີ 13 ມີນາ ວ່າ ປະທານາທິບໍດີໂຣດຣິໂກ ດູເຕເຕ ໄດ້ຖະແຫຼງການຜ່ານສະຖານີໂທລະພາບແຫ່ງຊາດ ເມື່ອວັນພະຫັດ ວ່າ ສືບເນື່ອງຈາກການທີ່ກະຊວງສາທາລະນະສຸກ ລາຍງານສະຖານະການຂອງໄວຣັສໂຄໂຣນາສາຍພັນໃໝ່ “Covid-19” ວ່າ ຜູ້ປ່ວຍຈາກການຕິດເຊື້ອພາຍໃນປະເທດຄົນທຳອິດ ເມື່ອວັນເສົາ ຜ່ານມາ ເພິ່ມຈຳນວນຜູ້ຕິດເຊື້ອສະສົມໃນຟີລິບປິນຢ່າງໜ້ອຍ 52 ຄົນ ປິ່ນປົວເຊົາແລ້ວ 2 ຄົນ ແລະ ເສຍຊີວິດ 5 ຄົນ ໜຶ່ງໃນນັ້ນເປັນຊາວຈີນ ແຕ່ເປັນການເສຍຊີວິດ 4 ຄົນ ໃນອາທິດນີ້.

ລັດຖະບານ ຈຶ່ງເຫັນວ່າ ຄວນຍົກລະດັບມາດຕະການໃຫ້ສອດຄ່ອງກັບ “ວິກິດການ” ເຊິ່ງເລີ່ມຕົ້ນຢູ່ນະຄອນຫຼວງມະນິລາແຫ່ງທຳອິດ ເຖິງວ່າເປັນສະຖານະການທີ່ທຸກຝ່າຍບໍ່ຕ້ອງການໃຫ້ເກີດຂຶ້ນ ແຕ່ມີຄວາມຈຳເປັນຢ່າງຍິ່ງໃນໄລຍະນີ້ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນທຸກຄົນຈາກເຊື້ອໄວຣັສໂຄວິດ-19 ໂດຍຈຳກັດການເດີນທາງຂາເຂົາ ແລະ ຂາອອກນະຄອນຫຼວງມະນິລາ ທັງທາງບົກ, ທາງເຮືອ, ແລະ ທາງອາກາດພາຍໃນປະເທດ ເຊິ່ງມີປະຊາກອນອາໄສຢູ່ປະມານ 12 ລ້ານຄົນ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ມີນາ – 14 ເມສາ “ເປັນຢ່າງໜ້ອຍ”.

ຂະນະດຽວກັນ ທ່ານດູເຕເຕ ໄດ້ກ່າວເຖິງການຂະຫຍາຍ ໄລຍະປິດໂຮງຮຽນໃນນະຄອນຫຼວງມະນິລາ ເປັນ 1 ເດືອນ ຈົນຮອດວັນທີ 12 ເມສາ ຈາກຄຳສັ່ງເກົ່າຄືສະເພາະໃນອາທິດນີ້. ທັງນີ້, ຜູ້ນຳຟີລິບປິນຢໍ້າວ່າ “ບໍ່ແມ່ນການປິດພາກຮຽນ” ແຕ່ໃຫ້ສະຖາບັນການສຶກສາທຸກແຫ່ງໃຫ້ຈັດການຮຽນ ການສອນ ຜ່ານທາງອິນເຕີເນັດ ໃນເວລາດຽວກັນ, ພະນັກງານລັດຖະກອນທີ່ບໍ່ກິດຈະກຳຫຍັງແມ່ນໃຫ້ເຮັດວຽກຢູ່ເຮືອນ ສ່ວນພາກເອກະຊົນແມ່ນໃຫ້ຂຶ້ນກັບການຕັດສິນໃຈຂອງເຈົ້າຂອງທຸລະກິດ ແຕ່ລັດຖະບານສະເໜີ ວ່າ “ຄວນໃຫ້ມີຄວາມເໝາະສົມ”.

ນອກຈາກນີ້, ຜູ້ນຳຟີລິບປີນໄດ້ສັ່ງຫ້າມການຈັດງານຮວມກຸ່ມໃຫຍ່ ທຸກພື້ນທີ່ຂອງນະຄອນຫຼວງ ບໍ່ວ່າຈະເປັນການຈັດການລ້ຽງຕ່າງໆ ຫຼື ກິດຈະກຳທາງການເມືອງ ຫາກຜູ້ໃດຝ່າຝືນອາດມີຄວາມຜິດ. “ຂໍ້ຫາອາຊະຍາກຳ” ໂດຍມາດຕະການທັງໝົດໃຫ້ມີການປະເມີນທຸກໆ 7 ວັນ.

ອີກປະການໜຶ່ງ ທ່ານດູເຕເຕ ອາຍຸ 74 ປີ ແລະ ເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະມົນຕີເຂົ້າຮັບການກວດສຸຂະພາບຊອກຫາເຊື້ອໄວຣັສໂຄວິດ-19 ເມື່ອວັນພະຫັດ ຜ່ານມາ ແຕ່ທາງທຳນຽບຍັງບໍ່ໄດ້ແຈ້ງຄວາມຄືບໜ້າໃນເລື່ອງດັ່ງກ່າວ.