ສາທາ ຢືນຢັນກໍລະນີນັກທ່ອງທ່ຽວຕ່າງປະເທດເດີນທາງມາຫຼວງພະບາງ ບໍ່ຕິດເຊື້ອໂຄວິດ-19, ພ້ອມຢໍ້າ ລາວຍັງບໍ່ພົບຜູ້ຕິດເຊື້ອ

138

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຊີ້ແຈງກໍລະນີທີ່ສື່ສັງຄົມອອນລາຍເຜີຍແຜ່ຂ່າວກ່ຽວກັບນັກທ່ອງທ່ຽວຕ່າງປະເທດເດີນທາງມາແຂວງຫຼວງພະບາງ ແລ້ວກວດພົບເຊື້ອໂຄວິດ-19 ນັ້ນ ບໍ່ເປັນຄວາມຈິງແຕ່ຢ່າງໃດ ພ້ອມຢືນຢັນອີກວ່າ ລາວເຮົາຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ.

ໃນຕອນແລງ ວັນທີ 12 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ19 ໂດຍ ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກກ່າວວ່າ: ຕໍ່ກັບຂ່າວທີ່ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າລາວແລ້ວກວດພົບເຊື້ອໂຄວິດ-19 ນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ໄດ້ຮັບຄໍາຕອບວ່າ ມີ2ຄົນທີ່ຢູ່ໃນຖ້ຽວບິນດັ່ງກ່າວ ເດີນທາງໄປແຂວງພະບາງຂອງລາວແທ້ ພາຍຫຼັງເດີນທາງເຖິງສະໜາມບີນສາກົນ ແຂວງ ຫຼວງພະບາງແລ້ວ ເຈົ້າໜ້າທີ່ຂອງລາວກໍໄດ້ກວດຫາເຊື້ອພະຍາດໂຄວິດ-19 ຈາກບຸກຄົນເຫຼົ່ານີ້ ແຕ່ບໍ່ກໍ່ພົບກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ ແລະ ປັດຈຸບັນ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19.

ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ກ່ຽວຂ້ອງຂອງລາວຍັງຕິດຕາມເຝົ້າລະວັງບຸກຄົນຈໍານວນນີ້ຢ່າງໃກ້ຊິດຈົນກວ່າຈະຄົບກໍານົດເຝົ້າລະວັງ14ວັນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ສັງຄົມຢ່າຟ້າວແຕກຕື່ນຕໍ່ເຫດການທີ່ເກີດຂື້ນ ແລະ ໃຫ້ເຊື່ອໝັ້ນໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ເພາະການກວດຫາເຊື້ອພະຍາດ ລວມເຖິງການປະຕິບັດວຽກງານອື່ນໆແມ່ນປະຕິບັດຕາມມາດຖານສາກົນກໍ່ຄື ອົງການອະນາໄມໂລກວາງອອກທຸກຂັ້ນຕອນ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດ.

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ສ່ວນກໍ່ລະນີທີ່ມີນັກສຶກ ສາລາວ ທີ່ກັບມາຈາກ ສ.ຫວຽດນາມ ຈໍານວນ6ຄົນ ແລະ ສອງຄົນມີອາການໄຂ້ເຂົ້າກັບນິຍາມເປັນພະຍາດ ໂຄວິດ19 ແລະ ມີຊາວຫວຽດນາມ ຊື່ ນາງ ໝາຍ ເຮັດວຽກຢູ່ສວນຢາງພາລາ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເດີນທາງກັບຈາກຫວຽດນາມ ແລ້ວຕິດພະຍາດໂຄວິດ-19 ມາແຕ່ຫວຽດນາມນັ້ນ ບໍ່ແມ່ນຄວາມຈິງເຊັ່ນດຽວກັນ, ເປັນພຽງການສ້າງຄວາມບໍ່ສະຫງົບຂອງກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງທີ່ຫວັງຈະມ້າງເພທໍາລາຍລະບອບໃໝ່ ເຮັດໃຫ້ສັງຄົມບໍ່ເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງລາວ ເຊິ່ງປັດຈຸບັນບຸກຄົນຈໍານວນນີ້ໄດ້ຮັບການກວດຫາເຊື້ອພະຍາດໂຄດວິດ-19 ແລ້ວ ແລະ ບໍ່ພົບວ່າເປັນພະຍາດນີ້ແຕ່ຢ່າງໃດ.

ໂອກາດດຽວກັນ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຫຼີກລ່ຽງການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະປະເທດໃກ້ຄຽງ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືເປັນປະຈໍາ, ເມື່ອມີອາການໄອ ແລະ ຈາມ ຕ້ອງປິດປາກ ແລະ ດັງດ້ວຍເຈ້ຍອານາໄມ, ຈາກນັ້ນຖີ້ມເຈ້ຍອານາໄມລົງຖັງຂີ້ເຫຍື້ອທັນທີ, ຫຼີກລ່ຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ ພ້ອມນີ້ກໍຄວນຫຼີກລ່ຽງການສຳຜັດຕາ, ດັງ ແລະ ປາກ ຖ້າບໍ່ໄດ້ລ້າງມື ຫຼີກລ້ຽງການສໍາຜັດກັບສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງ ໂດຍສະເພາະແມ່ນຢູ່ຕະຫຼາດສົດ ຖ້າຈໍາເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫຼັງສໍາຜັດສັດຕ່າງໆ.

ຫຼີກລ້ຽງການເດີນທາງໄປສະ ຖານທີ່ແອອັດ, ການສໍາຜັດກັບບຸກຄົນອື່ນໆ ແລະ ບໍ່ຄວນໄປເຮັດວຽກ ຫຼື ໄປໂຮງຮຽນ ຖ້າທ່ານຮູ້ສຶກບໍ່ສະບາຍ, ຖ້າມີອາການ ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ, ຫຼື ຕ້ອງເບິ່ງແຍງບຸກຄົນ ທີ່ມີອາການສະແດງອອກດັ່ງກ່າວ,ຄວນໃສ່ຜ້າອັດປາກ,ດັງ ແລະ ຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະ ຖີ້ມຜ້າອັດປາກ-ດັງຢ່າງຖືກຕ້ອງ, ຫາກມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກໃຫ້ໂທຫາ ໂທລະສັບສາຍດ່ວນ 166 ໄດ້ຕະຫຼອດ24ຊົ່ວໂມງ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ