ໂຄວິດ-19 ສ້າງຜົນກະທົບຮ້າຍແຮງຂຶ້ນເລື້ອຍໆ ຫຼ້າສຸດ ພຣີເມຍ ລີກ ຂອງອັງກິດ ຈະເປີດກອງປະຊຸມດ່ວນ ໃນວັນສຸກ ນີ້ ຫຼັງຈາກມີເກລ ອາເຕຕ້າ ຜູ້ຈັດການທີມຂອງອາເຊນອລ ຕິດເຊື້ອໄວຣັສດັ່ງກ່າວ.
ພຣີເມຍ ລີກ ຢືນຢັນ ຈະມີການປະຊຸມສຸກເສີນ ໃນວັນສຸກ ທີ 14 ມີນາ ນີ້ ຫຼັງຈາກທີ່ ມີເກລ ອາເຕຕ້າ ຜູ້ຈັດການທີມອາເຊນອລ ຖືກກວດພົບວ່າມີການຕິດເຊື້ອໄວຣັສໂຄວິດ-19.
ກ່ອນໜ້ານີ້ ພຣີເມຍ ລີກ ຢືນຢັນວ່າ ການແຂ່ງຂັນທ້າຍໃນອາທິດນີ້ ຈະດຳເນີນຕາມປົກກະຕິ ເຖິງວ່າຫຼາຍໆລີກທົ່ວໂລກໄດ້ມີການເລື່ອນການແຂ່ງຂັນອອກໄປແລ້ວກໍ່ຕາມ. ແຕ່ຫຼັງຈາກທີ່ ອາເຊນອລ ປະກາດ ເມື່ອຄືນວັນພະຫັດ ທີ 12 ມີນາ ວ່າ ມີເກລ ອາເຕຕ້າ ຕິດເຊື້ອໄວຣັສ ແລະ ຫຼ້າສຸດເມື່ອເຊົ້າວັນສຸກ ທາງສະໂມສອນເຊລຊີ ທີມຮ່ວມລີກກັບອາເຊນອລ ກໍ່ໄດ້ປະກາດວ່າ ຮັດສັນ ໂອດອຍ ກອງໜ້າຂອງທີມ ກໍ່ຕິດເຊື້ອເຊັ່ນກັນ ເຮັດໃຫ້ພຣີເມຍ ລີກ ກຽມຈັດການປະຊຸມສຸກເສີນ ໃນເຊົ້າວັນສຸກນີ້.
ຢ່າງໃດກໍ່ຕາມ, ພຣີເມຍ ລີກ ບໍ່ມີຄຳຄິດເຫັນຫຍັງເພີ່ມຕື່ມ ຈົນກວ່າຈະມີການສະຫຼູບຫຼັງຈາກການປະຊຸມ.