ບໍ່ແກ້ວ-ຊຽງຣາຍ ຫາລືແກ້ໄຂບັນຫາຕາມຊາຍແດນ

55

ກອງບັນຊາການທະຫານແຂວງບໍ່ແກ້ວ ຮ່ວມກັບໜ່ວຍເຮືອຮັກສາຄວາມສະຫງົບຕາມແລວຊາຍແດນລ້ອງແມ່ນໍ້າຂອງຈັງຫວັດຊຽງຣາຍ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ – ໄທ.

ຝ່າຍລາວມີ ທ່ານ ພັນເອກ ວິດອນ ພຸດດາວົງ ຫົວໜ້າກອງບັນຊາການທະຫານແຂວງບໍ່ແກ້ວ, ຝ່າຍໄທນຳໂດຍ ນາວາເອກ ໄຫວພົດ ວິລະປະເສີດ ຜູ້ບັງຄັບການໜ່ວຍເຮືອຮັກສາຄວາມສະຫງົບຕາມແລວຊາຍແດນລ້ອງແມ່ນໍ້າຂອງຈັງຫວັດຊຽງຣາຍ ປະເທດໄທ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບຂອບເຂດສິດ ແລະ ໜ້າທີ່ການປະຕິບັດງານແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ – ໄທ ເວົ້າສະເພາະ ບໍ່ແກ້ວ – ຊຽງຣາຍ ທີ່ໄດ້ຮັບການເຫັນດີຈາກຄະນະຊີ້ນຳທັງສອງຝ່າຍໃຫ້ສາມາດນຳໄປປະຕິບັດໄດ້ໂດຍໄວ ແລະ ເພື່ອເປັນການຈັດຕັ້ງພົບປະແລກປ່ຽນ ເຮັດໃຫ້ຮູ້ຈັກລະຫວ່າງໜ່ວຍປະສານງານປະຈໍາພື້ນທີ່ ແລະ ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ – ໄທ.

ທັງສອງຝ່າຍກໍໄດ້ມີການແລກປ່ຽນຄໍາຄິດເຫັນ ແລະ ລາຍງານສະພາບການເຄື່ອນໄຫວຄ້າຂາຍຢາເສບຕິດຂອງກຸ່ມຄົນບໍ່ດີຢູ່ບໍລິເວນຂອບເຂດທີ່ຕົນຮັບຜິດຊອບໃຫ້ກັນ ແລະ ກັນຊາບ ເພື່ອພ້ອມກັນຊອກຫາຊ່ອງທາງແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ອື່ນໆທີ່ອາດຈະເກີດຂຶ້ນ ເພື່ອສ້າງໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ປອດຢາເສບຕິດ ແລະ ມີການຮ່ວມມືກັນຢ່າງແທ້ຈິງ.

ກອງປະຊຸມດັ່ງກ່າວມີຂຶ້ນທີ່ຂົວມິດຕະພາບ ລາວ – ໄທ ແຫ່ງທີ 4 ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອມໍ່ໆມານີ້.