ແຂວງຫຼວງພະບາງ ເພີ່ມທະວີໃນການປ້ອງກັນພະຍາດໂຄວິດ-19

196

ເນື່ອງຈາກຫຼວງພະບາງເປັນແຂວງປາຍທາງຂອງການທ່ອງທ່ຽວ ເປັນຄວາມຫວັງຂອງແຂກຕ່າງປະເທດເກືອບວ່າທຸກກຸ່ມ ດັ່ງນັ້ນ, ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ມານີ້ຫຼວງພະບາງ ກໍໄດ້ເພີ່ມທະວີການປ້ອງກັນ

ໃນໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງຂອງແຂວງຫຼວງພະບາງ ໄດ້ເພີ່ມທະວີໃນການປ້ອງກັນການລະບາດຂອງເຊື້ອພະຍາດ ອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃຫມ່ ຫຼື ໂຄວິດ 19 ໂດຍໄດ້ວາງມາດຕະການຫຼາຍດ້ານ, ທັງໄດ້ແຕ່ງຕັ້ງທີມງານສະເພາະກິດ ເພື່ອຕ້ານ ແລະສະກັດກັ້ນການລະບາດຂອງພະຍາດ, ນອກນັ້ນ ໄດ້ກະກຽມສະຖານທີ່ໄວ້ຮອງຮັບຜູ້ຕິດເຊື້ອຢູ່ໂຮງໝໍແຂວງ ແລະໄດ້ຈັດຕັ້ງການຝຶກອົບຮົມໃຫ້ພະນັກງານແພດ ຮູ້ຈັກການປ້ອງກັນ ແລະຕອບໂຕ້ພະຍາດໂຄວິດ 19.

ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ໃຫ້ສຳພາດໃນວັນທີ 12 ມີນານີ້ວ່າ: ຜ່ານການກວດກາໃນໄລຍະຜ່ານມາໄດ້ພົບກໍລະນີສົງໄສ 10 ກວ່າກໍລະນີ ໂດຍໄດ້ມີການກັກຕົວໄວ້ຢູ່ໃນບໍລິເວນໂຮງໝໍແຂວງເປັນເວລາ 14 ວັນ ເມື່ອບໍ່ພົບການຕິດເຊື້ອໄດ້ປ່ອຍຕົວກັບທ້ອງຖີ່ນ.

ທ່ານຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງໃຫ້ຮູ້ຕື່ມວ່າ: ຕາມການເຜີຍແຜ່ຂໍ້ມູນໃນໂຊຊຽວມີເດຍ ວ່າມີນັກທ່ອງທ່ຽວປະເທດອັງກິດ ເດີນທາງມາຫຼວງພະບາງ ຮ່ວມກັບກຸ່ມຜູ້ຕິດເຊື້ອ ປະຈຸບັນ ຄະນະນຳຂອງພະແນກສາທາລະນະສຸກແຂວງ ໄດ້ສົ່ງພະນັກງານວິຊາການ ລົງໄປເກັບກຳຂໍ້ມູນຕົວຈີງ ແຕ່ບໍ່ທັນໄດ້ຮັບການລາຍງານວ່າຕິດເຊື້ອພະຍາດໂຄວິດ 19 ເທື່ອ. ຫາກນັກທ່ອງທ່ຽວຜ່ານສະໜາມບິນສາກົນຫຼວງພະບາງ ຈະຕ້ອງຜ່ານເຄື່ອງກວດທີ່ຕັ້ງຢູ່ຈຸດກວດຄົນເຂົ້າສະໜາມບິນ.

ໃນກໍລະນີຫາກມີການກວດພົບບຸກຄົນເປັນໄຂ້-ຄີງຮ້ອນ ໂດຍສະເພາະບຸກຄົນທີ່ມາຈາກປະເທດກຸ່ມສ່ຽງ ເຈົ້າໜ້າທີ່ຈະກັກຕົວໄວ້ສະຖານທີ່ ທີ່ໄດ້ກະກຽມໄວ້ ຈົນກວ່າຈະມີການກວດສຸຂະພາບ ແລະບົ່ງມະຕິພະຍາດແນ່ນອນ ຫາກບໍ່ມີການຕິດເຊື້ອຈື່ງຈະປ່ອຍຕົວ.

ອີງຕາມການລາຍງານຂອງ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Healthໃຫ້ຮູ້ວ່າ: ຢູ່ສປປລາວ ມາຮອດເວລາ11:00ໂມງຂອງວັນທີ12 ມີນາ 2020  ມີຄົນຕົກຢູ່ໃນກໍລະນີສົງໄສສະສົມທັງໝົດ64 ກໍລະນີ,ໃນນີ້61ກໍລະນີຜົນກວດບໍ່ພົບເຊື້ອ, ອີກ3ກໍລະນີລໍຖ້າຜົນກວດ.