ດ່ວນທີ່ສຸດ! ຫົວພັນແຈ້ງປິດ 10 ດ່ານປະເພນີຊົ່ວຄາວ ຫ້າມປະຊາຊົນເຂົ້າ-ອອກ

415

ເພື່ອປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19 ບໍ່ໃຫ້ແພ່ລາມສູ່ ສປປ ລາວ ກໍ່ຄືປະຊາຊົນລາວທີ່ອາໄສຢູ່ບັນດາແຂວງ ທີ່ມີຊາຍແດນຕິດຈອດກັບບັນດາປະເທດທີ່ມີຄວາມສ່ຽງຕິດເຊື້ອພະຍາດດດັ່ງກ່າວ. ຫຼ້າສຸດ, ແຂວງຫົວພັນແຈ້ງປິດ 10 ດ່ານປະເພນີຂອງແຂວງ ຫ້າມປະຊາຊົນເຂົ້າ-ອອກແບບບໍ່ມີກຳນົດ. ສ່ວນດ່ານສາກົນຈຳນວນ 4 ດ່ານ ແມ່ນເປີດບໍລິການປົກກະຕິ ໂດຍມອບໃຫ້ 4 ກະຊວງ ແລະ ບັນດາເຈົ້າເມືອງທັງ 10 ເມືອງ ເປັນເຈົ້າການປະຕິບັດ, ແນະນຳຢ່າງເຂັ້ມງວດ.

ອີງຕາມການໜັງສືແຈ້ງການ ຂອງຫ້ອງວ່າການແຂວງຫົວພັນ ສະບັບເລກທີ 139/ຫວຂ.ຫພ ລົງວັນທີ 12 ມີນາ 2020 ທີ່ແຈ້ງເຖິງ ບັນດາ ທ່ານຫົວໜ້າພະແນກການ, ອົງການທຽບເທົ່າ ສະພາປະຊາຊົນແຂວງ, ກອງບັນຊາ – ການ ປກສ ແຂວງ, ກອງບັນຊາການທະຫານ ແຂວງ ແລະ ບັນດາເຈົ້າເມືອງ 10 ເມືອງ ທົ່ວແຂວງຫົວພັນໃຫ້ປິດບັນດາດ່ານເຂົ້າ – ອອກປະເທດຊົ່ວຄາວ ຈໍານວນ 10 ດ່ານ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ – 19.

ແຈ້ງການລະບຸວ່າ: ຫ້ອງວ່າການແຂວງຫົວພັນ ຂໍຖືເປັນກຽດແຈ້ງທິດຊີ້ນໍາຂອງທ່ານ ເຈົ້າແຂວງຫົວພັນ ກ່ຽວກັບການ ປ້ອງກັນ ແລະ ສະກັດກັ້ນ ເຊື້ອພະຍາດໂຄວິດ – 10 ລະອຽດມີດັ່ງນີ້: ການເປີດໃຫ້ບໍລິການ ແລະ ປິດບັນດາດ່ານປະເພນີຄື: ການເປີດໃຫ້ບໍລິການເປັນປົກກະຕິມີຈໍານວນ 4 ດ່ານຄື: ດ່ານສາກົນນໍ້າໂສຍ (ນາແມວ); ດ່ານບ້ານດ່ານ; ດ່ານປ່າຮ່າງ ແລະ ດ່ານສົມຫວັງ.

ຈາກນັ້ນ, ໃຫ້ປີດດ່ານປະເພນີ ຈໍານວນ 10 ດ່ານຄື: ດ່ານນໍ້າໄຕ; ດ່ານທ່າເລົ້າ; ດ່ານເມືອງເກີນ; ດ່ານພຽງເຮືອ; ດ່ານມອງນ້ໍາ; ດ່ານນາຄ້າງ; ດ່ານສົບດຸ້ງ; ດ່ານເປົ້າ; ດ່ານຍອດຕີ້ວ ແລະ ດ່ານແດນດິນ. ຖ້າເຫັນວ່າມີຄວາມຈໍາເປັນໃນການເຂົ້າ – ອອກແມ່ນໃຫ້ມາໃຊ້ບໍລິການເຂົ້າ – ອອກຢູ່ຈໍານວນ 4 ດ່ານ ທີ່ແຂວງອະນຸຍາດໃຫ້ເປີດບໍລິການ.

ດັ່ງນັ້ນ, ມອບໃຫ້ພະແນກສາທາລະນະສຸກແຂວງ ແຕ່ງຕັ້ງພະນັກງານແພດໄປປະຈໍາການຕິດຕາມກວດກາຢູ່ 4 ດ່ານຄື: ດ່ານສາກົນນ້ໍາໂສຍ ( ນາແມວ ), ດ່ານບ້ານດ່ານ, ດ່ານປ່າຮ່າງ ແລະ ດ່ານ ສົມຫວັງ ພະນັກງານດັ່ງກ່າວຕ້ອງແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ພ້ອມອຸປະກອນຮັບໃຊ້ທີ່ເໝາະສົມ, ສາມາດກວດກາ – ປ້ອງກັນ ແລະ ສະກັດກັ້ນກັບເຊື້ອ ພະຍາດ ໂຄວິດ – 19. ພ້ອມນີ້, ຍັງມອບໃຫ້ພະແນກສາທາລະນະສຸກແຂວງ ເຮັດວຽກງານເຜີຍແຜ່ ເພື່ອປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ໃນ 4 ດ່ານດັ່ງກ່າວນີ້ໃຫ້ເຂັ້ມງວດ; ມອບໃຫ້ພະແນກການເງິນແຂວງ ສົມທົບກັບ ກອງບັນຊາການ ປກສ ແຂວງ ແລະ ເມືອງທີ່ກ່ຽວຂ້ອງໃຫ້ຮັບຮູ້, ເຂົ້າໃຈເຖິງຈຸດປະສົງຂອງການປິດດ່ານປະເພນີຈໍານວນ 10 ດ່ານ ພ້ອມທັງແຈ້ງໃຫ້ພະນັກງານຂອງຕົນທີ່ປະຈໍາການຢູ່ດ່ານດັ່ງກ່າວນີ້ຮັບຊາບ.

ພາບປະກອບຂ່າວ

ມອບໃຫ້ພະແນກການຕ່າງປະເທດແຂວງ ແຈ້ງໄປຍັງ ບັນດາແຂວງ ຂອງສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັບແຂວງຫົວພັນ ໃຫ້ຮັບຮູ້ ແລະ ເຂົ້າໃຈນໍາຈຸດປະສົງຂອງແຂວງຫົວພັນ; ມອບໃຫ້ເຈົ້າເມືອງ 10 ທົ່ວແຂວງຫົວພັນ ເຮັດວຽກງານການເມືອງແນວຄິດ ແລະ ສຶກສາອົບຮົມໃຫ້ປະຊາຊົນໃຫ້ຮັບຮູ້ ແລະ ເອົາໃຈໃສ່ປ້ອງກັນເຊື້ອພະຍາດ ໂຄວິດ – 19 ໂດຍສະເພາະ ບັນດາເມືອງທີ່ມີຈຸດຂ້າມລອຍໄປມາຫາສູ່ ບັນດາເມືອງ, ແຂວງ ຂອງ ສສ ຫວຽດນາມ ໃຫ້ຢຸດຕິດການໄປມາຫາສູ່ຊົ່ວຄາວ ເພື່ອປ້ອງກັນເຊື້ອພະຍາດໂຄວິດ – 19.

ພາບປະກອບຂ່າວ

ມອບໃຫ້ກອງບັນຊາການ ປກສ ແຂວງ ຊີ້ນໍາເຈົ້າຫນ້າທີ່ ຕມ ປະຈໍາດ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຮ່ວມມືກັບເຈົ້າຫນ້າທີ່, ແພດຫມໍທີ່ລົງໄປປະຈໍາການຢູ່ 4 ດ່ານທີ່ເປີດບໍລິການ ເພື່ອແນໃສ່ການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ ໂຄວິດ – 19 ໃຫ້ໄດ້ຮັບຜົນດີ. ສ່ວນການເປີດໃຫ້ບໍລິການ ຈໍານວນ 10 ດ່ານນັ້ນ ແມ່ນໃຫ້ລໍຖ້າການອະນຸຍາດຈາກການນໍາແຂວງຫົວພັນ ຈິ່ງສາມາດໃຫ້ເປີດບໍລິການໄດ້.

ສະນັ້ນ ຫ້ອງວ່າການແຂວງ ຈິ່ງຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດນັບ ແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນກວ່າຈະມີແຈ້ງການປ່ຽນແປງ.