ຄູເວດ “ປິດປະເທດ” 2 ອາທິດ ປ້ອງກັນໄວຣັສໂຄວິດ-19

85

ລັດຖະບານຄູເວດ ໂຈະຖ້ຽວບິນ ທັງຂາເຂົ້າ ແລະ ຂາອອກ ແລະ ປະກາດໃຫ້ພະນັກງານລັດພັກວຽກ ເຊິ່ງເທົ່າກັບການ “ປິດປະເທດ” ເພື່ອປ້ອງກັນເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຄູເວດ ຊິຕີ້ ປະເທດຄູເວດ ເມື່ອວັນພະຫັດ ທີ 12 ມີນາ ໂດຍອ້າງອີງລາຍງານຈາກສຳນັກຂ່າວສານແຫ່ງຊາດຂອງຄູເວດ (Kuna: Kuwait News Agency) ກ່ຽວກັບການໂຈະຖ້ຽວບິນ ທັງຂາອອກ ແລະ ຂາເຂົ້າ ຈາກສະໜາມບິນສາກົນຄູເວດ “ແບບບໍ່ມີກຳນົດ” ຕັ້ງແຕ່ທ່ຽງຄືນເຂົ້າສູ່ວັນສຸກ ທີ 13 ມີນາ ຕາມເວລາທ້ອງຖິ່ນ ແຕ່ຍົກເວັ້ນຍົນຄາໂກ ແລະ ຖ້ຽວບິນເຊົ່າເໝົາລຳພິເສດ ເຊິ່ງອົບພະຍົບພົນລະເມືອງຄູເວດກັບມາຈາກຕ່າງປະເທດ.

ຂະນະທີ່ ພະນັກງານລັດຖະບານໃນປະເທດໃຫ້ພັກວຽກ ໄລຍະ 2 ອາທິດ ລະຫວ່າງ ວັນພະຫັດ ທີ 12 ມີນາ ເຖິງວັນທີ 26 ມີນາ ສະມາຄົມທະນາຄານແຫ່ງຊາດໄດ້ປະກາດປິດສະຖາບັນການເງິນໃນໄລຍະດຽວກັນ ດ້ານການຮວມກຸ່ມ ຫຼື ຊຸມນຸມທຸກຮູບແບບບໍ່ວ່າຈະມີຜູ້ເຂົ້າຮ່ວມຫຼາຍ ຫຼື ໜ້ອຍ ແມ່ນຈະບໍ່ໄດ້ຮັບອະນຸຍາດເດັດຂາດ ເຖິງວ່າພົນລະເມືອງຄູເວດທີ່ບໍ່ໄດ້ເດີນທາງມາກັບຖ້ຽວບິນຜູ້ອົບພະຍົບຂອງລັດຖະບານຍັງເດີນທາງກັບເຂົ້າປະເທດ “ໄດ້ຕາມປົກກະຕິ” ແຕ່ຍັງບໍ່ມີໜ່ວຍງານໃດໃຫ້ລາຍລະອຽດ ວ່າ ພົນລະເມືອງເຫຼົ່ານີ້ ຈະກັບເຂົ້າມາໄດ້ແນວໃດ.

ປັດຈຸບັນ ຄູເວດ ມີຜູ້ປ່ວຍສະສົມຈາກເຊື້ອໄວຣັສໂຄວິດ-19″ ໃນປະເທດຢ່າງໜ້ອຍ 72 ຄົນ ແລະ ປິ່ນປົວເຊົາແລ້ວ 2 ຄົນ ດ້ານປະເທດ ແລະ ເຂດຕາເວັນອອກກາງ ເຊິ່ງປັດຈຸບັນ ກຳລັງຜະເຊີນກັບຄວາມຮ້າຍແຮງຂອງພະຍາດດັ່ງກ່າວ ໄດ້ແກ່ ອີຣ່ານ, ກາຕາ, ບາເຣນ, ອີຣັກ, ເລບານອນ, ຊາອຸດີ ອາຣາເບຍ, ໂອມານ ແລະ ປາແລດສະຕິນ.