ອຸດົມໄຊເຂັ້ມງວດ! ຫ້າມຈັດງານບຸນ ຫຼື ຊຸມນຸມຕ່າງໆ ປ້ອງກັນພະຍາດໂຄວິດ-19

145

ເພື່ອຮັບປະກັນ ທັງເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 (COVID-19) ຢູ່ແຂວງອຸດົມໄຊໃຫ້ມີຄວາມສະຫງົບປອດໄພນັ້ນ. ເຈົ້າແຂວງອຸດົມໄຊ ໄດ້ອອກຄຳສັ່ງແນະນຳສະບັບເລກທີ 292/ຈຂ.ອຊ, ລົງວັນທີ 12 ມີນາ 2020 ເຖິງ: ທ່ານ ເຈົ້າເມືອງ 7 ເມືອງ, ຫົວໜ້າພະແນກການ, ອົງການຈັດຕັ້ງທຽບເທົ່າ, ຫົວໜ້າສອງກອງບັນຊາການປກຊ-ປກສ, ຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນແຂວງອຸດົມໄຊ ເພື່ອຊາບ: ເລື່ອງ: ການປະຕິບັດມາດຕະການເລື່ອນ ຫຼື ໂຈະຊົ່ວຄາວການຈັດງານບຸນ ແລະ ງານຊຸມນຸມຕ່າງໆ ທີ່ມີຜູ້ຄົນເຂົ້າຮ່ວມເປັນຈໍານວນຫຼາຍ ເພື່ອປ້ອງກັນພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 (COVID-19).

ນັບແຕ່ເດືອນທັນວາ 2019 ເປັນຕົ້ນມາ ພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 (COVID-19) ໄດ້ແພ່ລະບາດຢູ່ ສປ ຈີນ ແລະ ໄດ້ແພ່ລາມໄປຫຼາຍປະເທດໃນທົ່ວໂລກ ແລະ ມີຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ໄດ້ເພີ້ມຂຶ້ນໃນແຕ່ລະວັນ, ພະຍາດດັ່ງກ່າວ ເປັນໄວຣັສທີ່ຮ້າຍແຮງ ແລະ ແພ່ລະບາດຢ່າງໄວວາອອກສູ່ວົງກ້ວາງ; ເຖິງວ່າປະເທດລາວ ຍັງບໍ່ທັນມີຜູ້ຕິດເຊື້ອພະຍາດດັ່ງກ່າວກໍ່ຕາມແຕ່ ສປປ ລາວ ພວກເຮົາກໍ່ຄືແຂວງອຸດົມໄຊ ເຊິ່ງເປັນແຂວງໜຶ່ງທີ່ຕັ້ງຢູ່ໃຈກາງພາກເໜືອ ເປັນເສັ້ນທາງຜ່ານເຊື່ອມຕໍ່ບັນດາແຂວງ ແລະ ມີຊາຍແດນຕິດຈອດກັບ ສປ ຈີນ ເຊິ່ງມີຄວາມສ່ຽງສູງທີ່ຈະປະສົບກັບພະຍາດດັ່ງກ່າວຫຼາຍທີ່ສຸດ ແລະ ອີກດ້ານໜຶ່ງລາວເຮົາຍັງເປັນປະເທດທີ່ທຸກຍາກ, ເຕັກນິກວິທະຍາສາດຍັງບໍ່ທັນສະໄໝ, ບັນດາໂຮງໝໍ ກໍ່ຍັງບໍ່ທັນມີຄວາມຮັບປະກັນໃນການບໍລິການປິ່ນປົວພະຍາດດັ່ງກ່າວ.

ເພື່ອຮັບປະກັນເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 (COVID-19) ຢູ່ ແຂວງອຸດົມໄຊໃຫ້ມີຄວາມສະຫງົບປອດໄພນັ້ນ ເຈົ້າແຂວງອຸດົມໄຊ, ຄະນະກໍາມະການສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ບັນຫາສະພາບການລະບາດຂອງພະຍາດ ໂຄວິດ-19 (COVID-19) ຂັ້ນແຂວງ ອອກຄໍາສັ່ງແນະນໍາຄື:

1  ໃຫ້ທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ສ່ວນບຸກຄົນ ເລື່ອນ ຫຼື ໂຈະຊົ່ວຄາວ ກ່ຽວກັບການຈັດກິດຈະກໍາຕ່າງໆ ທີ່ມີມວນຊົນ ແລະ ຜູ້ຄົນເຂົ້າຮ່ວມເປັນຈໍານວນຫຼາຍ ໂດຍສະເພາະແມ່ນ: ການປະຊຸມທາງການ, ງານບຸນປະເພນີ, ງານດອງ, ງານລ້ຽງ, ງານຕະຫຼາດນັດ, ການແຂ່ງຂັນກິລາ ແລະ ງານອື່ນໆ ຢູ່ໃນຊ່ວງໄລຍະການຕິດຕາມ, ເຝົ້າລະວັງການແພ່ລະບາດຂອງພະຍາດ ໂຄວິດ-19 ຈົນກ່ວາສະພາບການລະບາດຈະສະຫງົບລົງ ແລະ ສາມາດຄວບຄຸມໄດ້.

2 ໃຫ້ບັນດາເຈົ້າຂອງກິດຈະການບໍລິການຕ່າງໆ ເຊັ່ນ: ໂຮງແຮມ, ບ້ານພັກ, ສະຖານທີ່ທ່ອງທ່ຽວ ຕ້ອງໄດ້ກະກຽມໃຫ້ມີພະນັກງານກວດກາ ຜູ້ຄົນເຂົ້າມາພັກເຊົາ ຫຼື ທ່ອງທ່ຽວໃນເຂດຄວາມຮັບຜິດຊອບຂອງຕົນຢ່າງເຄັ່ງຄັດ, ຖ້າພົບກໍລະນີຜິດປົກກະຕິຕ້ອງລາຍງານໃຫ້ພະແນກສາທາລະນະສຸກແຂວງໂດຍດ່ວນ.

3 ໃຫ້ບັນດາບໍລິສັດ, ຫົວໜ່ວຍທຸລະກິດ ທີ່ດໍາເນີນກິດຈະການຕ່າງໆ ເຊິ່ງລວມທັງຂອງຄົນລາວ ແລະ ຄົນຕ່າງປະເທດ ຕ້ອງໄດ້ກະກຽມສະຖານທີ່ກັກກັນແຮງງານທີ່ເຂົ້າມາໃໝ່ ໂດຍສະເພາະແຮງງານທີ່ມາຈາກປະເທດທີ່ມີການແພ່ລະບາດຂອງເຊື້ອພະຍາດ COVID-19 ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ປະຕິບັດການກວດວັດແທກອຸນນະພູມຮ່າງກາຍ ແລະ ຂັ້ນຕອນຕ່າງໆ ຂອງວິຊາການແພດຢ່າງເຂັ້ມງວດ;ຖ້າບຸກຄົນໃດທີ່ມີອາການສົງໄສ ຫຼື ຖືກກັ່ນກອງວ່າມີອາການໄຂ້ ແລະ ເຂົ້າກັບນິຍາມຂອງພະຍາດ COVID-19 ແມ່ນຈະໄດ້ນໍາສົ່ງເຂົ້າໂຮງໝໍຢ່າງຮີບດ່ວນເພື່ອຕິດຕາມ ແລະ ກວດຫາເຊື້ອພະຍາດ COVID-19.

4 ໃຫ້ບັນດາຄູອາຈານ ໂຮງຮຽນແຫ່ງຕ່າງໆ ພາຍໃນແຂວງ ເປັນເຈົ້າການຕິດຕາມກວດການັກຮຽນ ຂອງຕົນຢ່າງໃກ້ສິດ, ຖ້າໂຮງຮຽນໃດຫາກມີຜູ້ທີ່ມີອາການສົງໄສ ເຂົ້າກັບນິຍາມຂອງພະຍາດ COVID-19 ແມ່ນຈະໄດ້ນໍາສົ່ງເຂົ້າໂຮງໝໍຢ່າງຫີບດ່ວນ ເພື່ອຕິດຕາມ ແລະ ກວດຫາເຊື້ອພະຍາດ COVID-19. ຫຼື ໂຮງຮຽນໃດມີການລະບາດເກີດຂຶ້ນ ຕ້ອງໄດ້ໂຈະການຮຽນເປັນຊົ່ວຄາວ ຈົນກວ່າສະພາບຈະສະຫງົບຈິ່ງເຂົ້າຮຽນຕໍ່.

5 ໃຫ້ບັນດາພະນັກງານລັດຖກອນ, ທະຫານ-ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ນປະຊາຊົນຊາວແຂວງອຸດົມໄຊ ຈົ່ງພ້ອມກັນຍຸດຕິຊົ່ວຄາວ ການພົວພັນແບບໃກ້ສິດຕິດແທດ ເຊັ່ນ: ການຊຸມແຊວ, ຫຼິ້ນກີນຟຸມເຟືອຍຕາມຫ້າງຮ້ານແບບເປັນກຸ່ມກ້ອນ; ຫຼີກລ້ຽງການສໍາພັດເຊັ່ນ: ການຈັບມື ຫຼື ກອດກັນໃຫ້ໃຊ້ເປັນການນົບ ຫຼື ຂໍ່ານັບກັນ ກໍ່ໄດ້.

6 ມອບໃຫ້ເຈົ້າໜ້າທີ່ພະແນກສາທາລະນະສຸກແຂວງເປັນເຈົ້າການໃນການສົມທົບກັບ ພະແນກການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີ ໃນການຕິດຕາມກວດກາ, ເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂຢ່າງເຂັ້ມງວດ; ຖ້າພົບເຫັນກໍ່ລະນີທີ່ສົງໄສ ຫຼື ເປັນພະຍາ COVD-19 ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ທັນການ ແລະ ລາຍງານຕໍ່ຂັ້ນເທີງເພື່ອຮັບຊາບ.