ດ່ວນ! ນາຍຈ້າງ ຕ້ອງສະໜອງອຸປະກອນປ້ອງກັນໂຄວິດ-19 ຟຣີ ໃຫ້ພະນັກງານ

180

ປັດຈຸບັນ ການແພ່ລະບາດຂອງພະຍາດ ອັກເສບປອດສາຍພັນໃໝ່ ໂຄວິດ-19 ໄດ້ລາມຢ່າງກວ້າງຂວາງ ແລະ ຫຼາຍປະເທດໃນໂລກ ສົ່ງຜົນໃຫ້ບັນດາປະເທດຕ່າງໆໄດ້ມີການນຳໃຊ້ບາງຕະການເດັດຂາດ ໃນການຄວບຄຸມ ແລະ ສະກັດກັ້ນຢ່າງຈິງຈັງ, ສະເພາະ ສປປ ລາວ ຍັງບໍ່ທັນຢືນຢັນພົບຜູູ້ຕິດເຊື້ອພະຍາດດັ່ງກ່າວ ແຕ່ເພື່ອຄວາມປອດໄພຂອງພົນລະເມືອງ ລັດຖະບານ ກໍ່ໄດ້ມີມາດຕະການປ້ອງກັນ ແລະ ສະກັດກັ້ນຢ່າງເຂັ້ມງວດເຊັ່ນດຽວກັນ.

ຫຼ້າສຸດ, ອີງຕາມໜັງສືແຈ້ງການຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0709/ຮສສ ລົງວັນທີ 11 ມີນາ 2020 ເຖິງ: ຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດມາດຕະການ ຄວບຄຸມ ແລະ ໂຕ້ຕອບການລະບາດຂອງເຊື້ອຈຸລະໂລກໄຄວິດສາຍພັນໃໝ່ (COVID-19) ຢ່າງເຂັ້ມງວດ.

ພາບປະກອບຂ່າວ

ເນື່ອງຈາກປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ຂະຫຍາຍເປັນວົງກວ້າງໃນຫຼາຍປະເທດທົ່ວໂລກ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນ ໃນແຕ່ລະວັນ. ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດຢູ່ຫົວໜ່ວຍແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງແຈ້ງການມາຍັງທ່ານປະຕິບັດ ດັ່ງລຸ່ມນີ້:

ພາບປະກອບຂ່າວ

ການຄຸ້ມຄອງແຮງງານພາຍໃນ ແມ່ນໃຫ້ຜູ້ໃຊ້ແຮງງານ ສະໜອງສິ່ງອໍານວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ໂດຍບໍ່ໃຫ້ເກັບເງິນນໍາພະນັກງານ ເປັນຕົ້ນ ສະບູ, ເຈວລ້າງມື, ຜ້າອັດປາກ, ອັດດັງ ແລະ ອື່ນໆ.

ພາບປະກອບຂ່າວ

ຜູ້ໃຊ້ແຮງງານ ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, ຈາມ ຫຼື ຫາຍໃຈຍາກ ໃຫ້ນໍາສົ່ງຜູ້ກ່ຽວໄປໂຮງໝໍເພື່ອຕິດຕາມ ແລະ ກວດສຸຂະພາບຜູ້ກ່ຽວ ຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ ແລະ ໃຫ້ຫຼີກລ່ຽງການແຕ່ງຕັ້ງພະນັກງານໄປເຄື່ອນໄຫວວຽກງານ ຢູ່ຕ່າງປະເທດທີ່ມີການແຜ່ລະບາດຂອງພະບາດ COVID-19, ໃນກໍລະນີທີ່ຜູ້ກ່ຽວກັບມາແຕ່ຕ່າງປະເທດໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ສະບັບເລກທີ 02/ສພກ, ລົງວັນທີ 2 ມີນາ 2020 ຫຼື ຜູ້ໃຊ້ແຮງງານຕ້ອງການໃຫ້ຜູ້ກ່ຽວພັກ ຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ກ່ຽວຕາມປົກກະຕິ.

ສ່ວນການນໍາເຂົ້າແຮງງານຕ່າງປະເທດ ສໍາລັບຫົວໜ່ວຍແຮງງານໃດທີ່ຈະນໍາເຂົ້າແຮງງານຕ່າງປະເທດ ຄວນຫຼີກລ່ຽງການນໍາເຂົ້າແຮງງານຕ່າງປະເທດທີ່ມາຈາກ ເມືອງ ຫຼື ຂົງເຂດທີ່ມີການແຜ່ລະບາດຂອງພະຍາດ COVID-19. ກ່ອນແຮງງານຕ່າງປະເທດຈະເຂົ້າມາລາວຕ້ອງຜ່ານການກວດວັດອຸນຫະພູມຮ່າງກາຍ ແລະ ຂັ້ນຕອນຕ່າງໆ ຢູ່ດ່ານຂາເຂົ້າ ກວດຄົນເຂົ້າເມືອງທັງຢູ່ສະໜາມບິນ ແລະ ດ່ານສາກົນຕ່າງໆ. ໃນກໍລະນີ ທີ່ມີບັນຫາໃດບໍ່ທັນຈະແຈ້ງ ສາມາດຕິດຕໍ່ສອບຖາມໄດ້ທີ່ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາມເບີໂທລະສັບ: 021 213007; ແຟັກ: 021 213247.