ໄຊຍະບູລີ ເກັບລາຍຮັບຜ່ານປະຕູດຽວເພີ່ມຂຶ້ນແບບກ້າວກະໂດດ

184

ນັບແຕ່ປີ 2016 ເປັນຕົ້ນມາ ແຂວງໄຊຍະບູລີ ໄດ້ຕັ້ງໜ່ວຍບໍລິການຜ່ານປະຕູດຽວສ້າງຄວາມສະດວກໃຫ້ພາກທຸລະກິດ ເຮັດໃຫ້ໄລຍະ 4 ປີຜ່ານມາ ເກັບລາຍຮັບໄດ້ກວ່າ 3 ຕື້ກີບ ເທົ່າກັບ 222,59% ແຜນການ ເພີ່ມຂຶ້ນ 2 ເທົ່າຕົວ.

ທ່ານ ນາງ ສຸກສະຫວັນ ປິ່ນຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ໃຫ້ຮູ້ໃນກອງປະຊຸມຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານການບໍລິການຜ່ານປະຕູດຽວທີ່ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ວ່າ: ເມືອງໄຊຍະບູລີ ໄດ້ສ້າງຕັ້ງໜ່ວຍງານບໍລິການຜ່ານປະຕູດຽວຂຶ້ນ ໃນຕົ້ນປີ 2016 ຕາມການຕົກລົງຂອງທ່ານເຈົ້າເມືອງໄຊຍະບູລີ ເຊິ່ງປະກອບມີ 8 ຫ້ອງການທີ່ມາບໍລິການລວມສູນຜ່ານປະຕູດຽວ ຄື: ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການພາຍໃນເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການ – ການເງິນ, ຫ້ອງການພະລັງງານບໍ່ແຮ່ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ພາບປະກອບຂ່າວ

ໃນນັ້ນ: ໄດ້ແບ່ງເປັນ 3 ຈຸງານ ຄື: ຈຸງານກວດກາ, ຈຸງານບໍລິການເອກະສານ ແລະ ຈຸງານບັນ ຊີ – ສັງລວມ, ໃນແຕ່ລະຈຸງານກໍໄດ້ກໍານົດພາລະບົດບາດ, ສິດ, ໜ້າທີ່ ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃນການຄຸ້ມຄອງຈັດເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການຢູ່ເມືອງໄຊຍະບູລີ ຜ່ານການເຮັດທົດລອງການບໍລິການຜ່ານປະຕູດຽວຢູ່ເມືອງໄຊຍະບູລີ ໃນຕະຫຼອດໄລຍະ 4 ປີຜ່ານມາ ສາມາດແກ້ໄຂຂອດຂັ້ນການຈະລາຈອນເອກະສານທີ່ຊັກຊ້າແກ່ຍາວ, ສາມາດເອື້ອອໍານວຍ ຄວາມສະດວກໃຫ້ແກ່ນັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າທີ່ມາໃຊ້ບໍລິການຜ່ານປະຕູດຽວມີຖ່ວງທ່າເພີ່ມຂຶ້ນ.

ພາບປະກອບຂ່າວ

ປີ 2016 ມີ 6 ຂະແໜງການມີແຜນຈັດເກັບທັງໝົດ 295 ລ້ານກີບ ປະຕິບັດໄດ້ 406 ລ້ານກີບ ເທົ່າກັບ 137% ຂອງແຜນການປີ; ປີ 2017 ມີແຜນຈັດເກັບທັງໝົດ 248 ລ້ານກີບ ປະຕິບັດໄດ້ 338 ລ້ານກີບ ເທົ່າກັບ 136,51% ຂອງແຜນການ ປີ; ປີ 2018 ໄດ້ເພີ່ມຂຶ້ນ 2 ຂະແໜງການ ລວມເປັນ 8 ຂະແໜງການ ມີແຜນຈັດເກັບທັງໝົດ 524 ລ້ານກີບ ປະຕິບັດໄດ້ 1.303 ລ້ານກີບ ເທົ່າກັບ 248,80% ຂອງແຜນການປີ ແລະ ໃນປີ 2019 ມີແຜນຈັດເກັບທັງໝົດ 291 ລ້ານກີບ ປະຕິບັດໄດ້ 975 ລ້ານກີບ ເທົ່າກັບ 334,53% ຂອງແຜນການ ປີ, ຕະຫຼອດໄລຍະ 4 ປີ ໜ່ວຍງານບໍລິການຜ່ານປະຕູດຽວ ສາມາດບັນລຸການຈັດຕັ້ງປະຕິບັດ ຄື: ແຜນທັງໝົດ 1.358 ລ້ານກີບ ປະຕິບັດ 3.024 ລ້ານກີບ ເທົ່າກັບ 222,59% ເພີ່ມຂຶ້ນ 2 ເທົ່າຕົວ.

ພາບປະກອບຂ່າວ

[ ຂ່າວ -ຮູບ: ສົມພົງ ສີສະຫວັດ ]