ບໍລິສັດ ໂທລະຄົມ ສາຂາແຂວງສະຫວັນນະເຂດ ມອບພັນທະເຂົ້າລັດ 44 ຕື້ກວ່າກີບ

149

ປີ 2019 ຜ່ານມາ ບໍລິສັດ ໂທລະຄົມ ສາຂາແຂວງສະຫວັນນະເຂດ ລວມມີ 4 ບໍລິສັດ. ໃນນັ້ນ, ສາມາດເກັບລາຍຮັບໄດ້ທັງໝົດ 347 ຕື້ກວ່າກີບ ເພີ່ມຂຶ້ນຈາກປີກ່ອນ 9% ສາມາດມອບພັນທະເຂົ້າລັດ ປະມານ 44 ຕື້ກວ່າກີບ.

ທ່ານ ດາວເຮືອງ ໂພທິລາດ ຮອງຫົວໜ້າພະແນກ ປທສ ແຂວງສະຫວັນນະເຂດ ໃຫ້ຮູ້ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຈໍາປີ 2019 ໃນທ້າຍອາທິດຜ່ານມາວ່າ:

ວຽກງານໄປສະນີແມ່ນສາມາດຊຸກຍູ້ໃຫ້ຜູ້ປະກອບການນັບທັງພາກລັດ ແລະ ເອກະຊົນຂະຫຍາຍປ່ອງບໍລິການຂອງຕົນອອກສູ່ຊົນນະບົດ ກໍຄືປ່ອງບໍລິການປະຈໍາເມືອງໃຫ້ກວ້າງຂວາງ ໂດຍພາຍໃຕ້ ບໍລິສັດ ໄປສະນີລາວ ສາຂາແຂວງສະຫວັນນະເຂດ ມີທັງໝົດ 11 ແຫ່ງ ແລະ ບໍລິສັດເອກະຊົນມີທັງໝົດ 8 ແຫ່ງ. ສໍາລັບລາຍຮັບທັງໝົດຂອງພາກສ່ວນໄປສະນີແມ່ນ 6,31 ຕື້ກວ່າກີບ ໂດຍໄດ້ຈາກໄປສະນີພັນ, ຈົດໝາຍ, ສິ່ງຂອງຫໍ່ນ້ອຍ, ພັດສະດຸພັນ ແລະ ອື່ນໆ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 77%.

ດ້ານວຽກງານໂທລະຄົມມະນາຄົມແມ່ນສາມາດຂະຫຍາຍສັນຍານໂທລະຄົມ ກວມ 92,4% ຂອງຈໍານວນ 1.024 ບ້ານ, ມີເສົາຮັບ ແລະ ສົ່ງສັນຍານ BTS ( ບີທີເອັສ ) ທັງໝົດ 788 ແຫ່ງ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 0,76%, ເຄື່ອງຮັບສົ່ງສັນຍານ 2G, 3G ແລະ 4G ມີ 1.921 Base, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 10% ໃນປີ 2019 ນີ້ ບໍລິສັດ ໂທລະຄົມ ສາຂາແຂວງສະຫວັນນະເຂດ ລວມມີ 4 ບໍລິສັດ ຄື: ETL, LTC, Unitel ແລະ TPUS Digital ມີລາຍຮັບທັງໝົດ 347,93 ຕື້ ກວ່າກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 9%, ມອບພັນທະເຂົ້າງົບປະມານແຫ່ງລັດ ຈໍານວນ 44,8 ຕື້ກວ່າກີບ.


ດ້ານວຽກງານເຕັກໂນໂລຊີການສື່ສານຂໍ້ມູນ – ຂ່າວສານ ແມ່ນອະນຸຍາດອອກທະບຽນໃຫ້ບັນດາຫ້າງຮ້ານອິນເຕີເນັດ, ຮ້ານຈໍາໜ່າຍອຸປະກອນໂທລະຄົມ, ໄອທີ ແລະ ອື່ນໆ ໃນຂົງເຂດນະຄອນໄກສອນ ໄດ້ທັງໝົດ 64 ຮ້ານ. ໃນນີ້, ຮ້ານຂອງຄົນລາວ ມີ 54 ຮ້ານ ແລະ ຄົນຕ່າງປະເທດ 10 ຮ້ານ ແລະ ສໍາລັບ 14 ເມືອງ ແມ່ນອະນຸຍາດອອກທະບຽນໃຫ້ບັນດາຫ້າງຮ້ານຕ່າງໆໄດ້ທັງໝົດ 117 ຮ້ານ. ໃນນີ້, ມີຮ້ານຂອງຄົນລາວ 79 ຮ້ານ ແລະ ຄົນຕ່າງປະເທດ 38 ຮ້ານ. ສໍາລັບຄາດໝາຍສູ້ຊົນໃນປີ 2020 ນີ້ ແມ່ນຈະໄດ້ຊຸກຍູ້ໃຫ້ບັນດາ ບໍລິສັດ ໂທລະຄົມ ສາຂາແຂວງສະຫວັນນະເຂດ ຂຶ້ນທະບຽນເບີໂທລະສັບມືຖືໃຫ້ສໍາເລັດ, ຂະຫຍາຍຕານ່າງສັນຍານມືຖືໃຫ້ກວມ 100% ຂອງພື້ນທີ່ທົ່ວແຂວງ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງອິນເຕີເນັດ ເພື່ອໃຊ້ບໍລິການໄອຊີທີ ຢູ່ບ້ານ 3 ສ້າງ.