ມາຮູ້ກັນ! ເຄື່ອງດື່ມທີ່ຊ່ວຍບຳລຸງຜິວພັນໃຫ້ເຕັງຕືງ ບໍ່ແຫ່ວຍານ

132

ສຸຂະພາບຈະແຂງແຮງ ແລະ ສົດຊື່ນແຈ່ມໃສ ອາຫານ ຫຼື ເຄື່ອງດື່ມທີ່ເຮົາກິນເຂົ້າໄປກໍມີສ່ວນສຳຄັນຕໍ່ຮ່າງກາຍເຊັ່ນກັນ ເພາະນອກຈາກຈະກິນອີ່ມແລ້ວຍັງສົ່ງຜົນໃຫ້ຮ່າງກາຍມີພະລັງງານ, ມີພູມຄຸ້ມກັນຕໍ່ພະຍາດຕ່າງໆ ແລະ ຍັງຊ່ວຍເບິ່ງແຍງຜິວພັນໃຫ້ສວຍງາມມີນ້ຳມີນວນພ້ອມ.

ນົມຖົ່ວເຫຼືອງ: ການດື່ມນົມຖົ່ວເຫຼືອງບໍ່ພຽງແຕ່ຊ່ວຍບຳລຸງໃຫ້ກະດູກແຂງແຮງຍັງຊ່ວຍບຳລຸງຜິວພັນນຳ ເພາະໃນນົມຖົ່ວເຫຼືອງມີສານໄອໂຊຟລາໂວນ ( Isoflavone ) ທີ່ຈະຊ່ວຍປ້ອງກັນບໍ່ໃຫ້ໃບໜ້າແຫ່ວຍານແຖມຍັງຊ່ວຍຮັກສາຄໍລາເຈນທຳມະຊາດໃນຜິວໄວ້ພ້ອມ. ສະນັ້ນ, ຖ້າດື່ມເປັນປະຈຳ ( ໃນປະລິມານທີ່ພໍດີຕໍ່ຮ່າງກາຍ ) ຜິວພັນກໍຈະສົດໃສ.

ຊາຂຽວ: ຊາຂຽວມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ ແລະ ຮ່າງກາຍ ນອກຈາກການດື່ມເພື່ອຄວາມສົດຊື່ນແລ້ວມັນຍັງສົ່ງຜົນດີຕໍ່ສຸຂະພາບຜິວນຳ ເພາະໃນຊາຂຽວມີສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍປ້ອງກັນຜິວຈາກລັງສີຢູວີ ພ້ອມທັງຊ່ວຍຫຼຸດການຄັນຄາຍ ແລະ ຫຼຸດຮອຍຜື່ນແດງທີ່ຜິວອີກດ້ວຍ.

ນ້ຳໝາກພິລາ: ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ໂດຍຜູ້ຊ່ຽວຊານຈາກຕ່າງປະເທດແນະນຳວ່າການດື່ມນ້ຳໝາກພິລາເປັນປະຈຳທຸກມື້ ຫຼື ດື່ມໃນປະລິມານໜ້ອຍໆມີສ່ວນຊ່ວຍຕໍ່ຕ້ານຮ່ອງຮອຍກ່ອນໄວໄດ້ເຊັ່ນກັນ.

( ຂໍ້ມູນຈາກ: siam-easyfood.com )