ໜຸງໜິງ ຈະເກັບເອົາທຸກປະສົບການຈາກເວທີນາງສາວນະຄອນຫຼວງ ພັດທະນາຕົນເອງ

217

ໜຸງໜິງ ວຽງສາຄອນ ສາວງາມໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ເຊິ່ງເປັນອີກໜຶ່ງສາວງາມທີ່ຢາກເກັບກ່ຽວເອົາທຸກປະສົບການ ແລະ ໂອກາດດີໆທີ່ໄດ້ຮັບຈາກເວທີນີ້ໄປພັດທະນາຕົນເອງ ພ້ອມທັງເປັນແບບຢ່າງໃຫ້ແມ່ຍິງລາວໃນການນໍາເອົາຄຸນຄ່າດ້ານວັດທະນະທໍາໄປເຜີຍແຜ່.

ນາງ ວຽງສາຄອນ ສູນດາລາ ຫຼື ໜຸງໜິງ MVT 15 ອາຍຸ 20 ປີ ໃຫ້ສໍາພາດວ່າ: ປັດຈຸບັນອາໄສຢູ່ ບ້ານສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກຳລັງສຶກສາທີ່ວິທະຍາໄລຄອມເຊັນເຕີ ປີ 3 ສາຂາບໍລິຫານທຸລະກິດ, ເວທີນີ້ເປັນເວທີທຳອິດທີ່ຕົນເອງເຂົ້າປະກວດ ໂດຍມີເຄັດລັບການຮັກສາສຸຂະພາບກໍຄືການນອນພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍ ແລະ ກິນອາຫານທີ່ມີປະໂຫຍດ.

ເຫດຜົນທີ່ເຂົ້າມາປະກວດເພາະເວທີນາງສາວນະຄອນຫຼວງວຽງຈັນ ເປັນເວທີທີ່ຊົງຄຸນຄ່າທາງດ້ານວັດທະນະທຳ ແລະ ຕົນເອງກໍມີຄວາມຝັນຢາກເປັນສ່ວນໜຶ່ງໃນການປະກວດ ຍ້ອນເຫດຜົນນັ້ນຕົນເອງຈຶ່ງຕັດສິນໃຈມາປະກວດໃນຄັ້ງນີ້ ແລະ ເພື່ອເປັນການຫາປະສົບການໃຫ້ກັບຕົນເອງອີກ. ສໍາລັບເປົ້າໝາຍໃນອະນາຄົດຫຼັງຮຽນຈົບແມ່ນຢາກຫາປະສົບການທາງດ້ານການເຮັດວຽກ ແລະ ນໍາປະສົບການໃນການປະກວດເວທີນາງສາວນະຄອນຫຼວງວຽງຈັນ ໄປຜັນຂະຫຍາຍຕໍ່ໄປ.

ໃນການປະກວດເວທີນີ້ຄາດຫວັງວ່າຈະໄດ້ຮັບປະສົບການຈາກທາງກອງປະກວດ ບໍ່ວ່າຈະເປັນປະສົບການໃນການເຂົ້າສັງຄົມ, ການຮຽນຮູ້ບຸກຄະລິກກະພາບ, ການເຜີຍແຜ່ວັດທະນະທໍາລາວ ແລະ ການພັດທະນາຕົນເອງຫຼາຍຂຶ້ນ.

ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ນ້ອງໜຸງໜິງ MVT 15 ໄດ້ທາງເຟສບຸ໊ກສ່ວນຕົວ: Ning Vieng-sakhone Soundala.