ທ່ຽວຊົມວິຖີຊີວິດເຜົ່າກຶມມຸ 2 ວັນ 1 ຄືນ

165

ຍ່າງປ່າທ່ຽວຊົມທຳມະຊາດ, ວິຖີຊີວິດເຜົ່າກຶມມຸ ບ້ານຕະນອງປໍ ເມືອງຫຼາ ແຂວງອຸດົມໄຊ ເປັນອີກໜຶ່ງລາຍການທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທີ່ມັກໃນການຍ່າງປ່າຊົມວິວທຳມະຊາດ, ນອນພັກທີ່ເຮືອນພັກແຮມປະຊາຊົນ ( ໂຮມສະເຕ ), ຊົມວິຖີການດຳລົງຊີວິດຂອງປະຊາຊົນເຂດພູດອຍ ຫ່າງໄກຈາກຄວາມວຸ່ນວາຍຂອງຕົວເມືອງໃຫຍ່.

ການຍ່າງປ່າທ່ຽວຊົມທຳມະຊາດ ແລະ ຊົມວິຖີຊີວິດຂອງຊົນເຜົ່າກຶມມຸ ບ້ານຕະນອງປໍ ມີໄລຍະທາງໃນການຍ່າງທັງໝົດ ປະມານ 13 ກິໂລແມັດ ຈາກເທສະບານເມືອງຫຼາ, ກ່ອນອື່ນໝົດນັກທ່ອງທ່ຽວຈະໄດ້ຍ່າງຜ່ານພູເຂົາ, ຂ້າມຫ້ອຍຮ່ອມທຳມະຊາດຕາມເສັ້ນທາງຍ່າງເຂົ້າຮອດບ້ານສາມັກຄີໄຊ ( ຫ່າງຈາກເທສະບານເມືອງປະມານ 9 ກິໂລແມັດ ) ແລະ ເຂົ້າຊົມຖໍ້າພະເຈົ້າສິງຄຳ ພ້ອມຂາບໄຫວ້ເພື່ອຂໍພອນຕາມຄວາມເຊື່ອຖືຂອງແຕ່ລະຄົນ, ຫຼັງຈາກນັ້ນຈຶ່ງຍ່າງຕໍ່ໄປບ້ານຕະນອງປໍ ອີກປະມານ 4 ກິໂລແມັດ.

ຖ້ຳພະເຈົ້າສິງຄຳ ຕັ້ງຢູ່ບ້ານສາມັກຄີໄຊ ຫ່າງຈາກເທສະບານເມືອງຫຼາ ປະມານ 9 ກິໂລແມັດ, ທາງຍ່າງຈາກເສັ້ນທາງຢາງໄປຫາຖ້ຳ 4 ກິໂລແມັດ, ຖ້ຳຂະໜາດນ້ອຍກວ້າງປະມານ 8 ແມັດ, ສູງປະມານ 6 ແມັດ ແລະ ຍາວປະມານ 20 ແມັດ ເປັນບ່ອນປະດິດສະຖານພະເຈົ້າສິງຄຳ ໃນເມື່ອກ່ອນ ( ສະໄໝສົງຄາມໂລກຄັ້ງທີ 2 ), ປະກອບດ້ວຍທິວທັດທຳມະຊາດທີ່ສວຍສົດງົດງາມ ເໝາະສົມກັບການໄປຍ່າງປ່າສຶກສາຊີວະນານາພັນ. ຕາມການບອກເລົ່າຂອງຊາວບ້ານສາມັກຄີໄຊ ຊື່ເດີມຂອງຖ້ຳເອີ້ນວ່າຖ້ຳນ້ຳອອກຮູຕັ້ງແຕ່ເອົາ ພະເຈົ້າສິງຄຳ ມາປະດິດສະຖານທີ່ນີ້ໃນສະໄໝສົງຄາມໂລກຄັ້ງທີສອງເປັນເວລາ 20 ກວ່າປີ ຈຶ່ງໄດ້ປ່ຽນຊື່ໃໝ່ຂອງຖ້ຳຕາມ ພະເຈົ້າສິງຄຳ ຈົນເຖິງທຸກວັນນີ້.

ຕະຫຼອດເສັ້ນທາງການຍ່າງປ່າ ນັກທ່ອງທ່ຽວຈະມີໄດ້ພັກຜ່ອນຕາມບ່ອນຕ່າງໆ ທີ່ມີສະຖານທີ່ສວຍງາມເໝາະສຳລັບການຖ່າຍຮູບເພື່ອເປັນທີ່ລະນຶກ ລວມເຖິງພັກຜ່ອນຢ່ອນໃຈສູບອາກາດທີ່ສົດຊື່ນເຢັນສະບາຍ ພ້ອມຊົມວິວທຳມະຊາດອັນກວ້າງໃຫຍ່ໄພສານ ລວມເຖິງຟັງສຽງນົກຮ້ອງຢ່າງສະອອນຫູ, ຫາກມາທ່ຽວໃນໄລຍະເດືອນຕຸລາ ຫາ ພະຈິກ ຍິ່ງໄດ້ເຫັນຝູງນົກ ເພາະເປັນໄລຍະທີ່ຝູງນົກທັງຫຼາຍມາສະເຫຼີມສະຫຼອງຕ້ອນຮັບປີໃໝ່ຕາມລະດູການ.

ການເຂົ້າສູ່ບ້ານຕະນອງປໍ ກໍໃຊ້ເວລາເດີນທາງເກືອບ 1 ມື້ແລ້ວ. ດັ່ງນັ້ນ, ນັກທ່ອງທ່ຽວສາມາດໄປພັກແຮມຕາມໂຮມສະເຕຕ່າງໆ ເປັນຕູບທີ່ມີຫຼາຍຂະໜາດຕາມ ຄວາມມັກຂອງນັກທ່ອງທ່ຽວທີ່ສ້າງດ້ວຍໄມ້ ແລະ ມຸງດ້ວຍຫຍ້າຄາ ຫຼື ໃບຕົ້ນຄໍ້ ແລະ ກິນອາຫານພື້ນເມືອງຂອງຊົນເຜົ່າ. ຫຼັງຈາກນັ້ນ, ເມື່ອເດີນທາງມານັກທ່ອງທ່ຽວສາມາດເຂົ້າຮ່ວມກິດຈະກຳສິລະປະພື້ນເມືອງຂອງຊົນເຜົ່າ ອີງຕາມ ຄວາມມັກຂອງແຕ່ຄົນ.

ມື້ຕໍ່ມານັກທ່ອງທ່ຽວຈະໄດ້ເລາະທ່ຽວຊົມວິຖີຊີວິດຂອງຊົນເຜົ່າໃນບ້ານ ເປັນຕົ້ນແມ່ນຊົມວິຖີຂອງສາວຊົນເຜົ່າກຶມມຸ ທີ່ເຕັມໄປດ້ວຍຮອຍຍິ້ມທີ່ໜ້າຫຼົງໄຫຼ, ມີນໍ້າໃຈເອື້ອເຝື້ອເພື່ອແຜ່, ຊົມວິທີການຕີເຫຼັກຜະລິດມີດ, ພ້າ ແລະ ອຸປະກອນຮັບໃຊ້ໃນການດໍາລົງຊີວິດປະຈໍາວັນອື່ນໆ, ຕໍ່າຫູກ, ຕໍາເຂົ້າ ແລະ ອື່ນໆ. ຫຼັງຈາກນັ້ນ, ເມື່ອພໍເຂົ້າສູ່ຕອນທ່ຽງກໍກັບມາໂຮມສະເຕກິນເຂົ້າສວາຍແລ້ວກໍກັບຄືນສູ່ເມືອງຫຼາ ໂດຍຄວາມເບີກບານມ່ວນຊື່ນ ແລະ ລືມຄວາມອິດເມື່ອຍ.

( ໂດຍ: ກາວຊົ່ງ; ຮູບ: ຈາກ Oudomxay Tourism )