ຮັບຮອງ 4 ໜ່ວຍພັກໃນສະຖາບັນຍຸຕິທໍາພາກເໜືອ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

103

ທ້າຍອາທິດຜ່ານມາ ຢູ່ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີຕາງໜ້າຄະນະຈັດຕັ້ງແຂວງກໍໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ ຈໍານວນ 6 ສະຫາຍ ຍິງ 3 ສະຫາຍ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ຫຼວງພະບາງ ວ່າດ້ວຍການຮັບຮອງເອົາຈຳນວນ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານສະຖາບັນຍຸຕິທໍາພາກເໜືອ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019.

ໂດຍໃຫ້ກຽດມອບຂອງ ສະຫາຍ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອມທັງມີຄຳເຫັນເນັ້ນໃຫ້ຄະນະພັກ ແລະ ສະມາຊິກພັກສົມບູນໃໝ່ຂອງໜ່ວຍພັກສະຖາບັນຍຸຕິທໍາພາກເໜືອ ຈົ່ງສຸມໃສ່ຜັນຂະຫຍາຍແນວຄິດການເມືອງຕາມນະໂຍບາຍຂອງພັກ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີ, ຮັກສາມູນມູນເຊື້ອນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕິດພັນກັບການນໍາພາຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ບັນລຸຕາມຄາດໝາຍ ໂດຍສະເພາະຕ້ອງຍົກສູງຄຸນນະພາບການຮຽນ – ການສອນ, ແນໃສ່ກໍ່ສ້າງວິຊາການທາງດ້ານກົດໝາຍອອກຮັບໃຊ້ສັງຄົມຢ່າງມີຄຸນນະພາບ.

( ຂ່າວ: ເພັດສາຄອນ ສິມມະວົງ )