ສ່ວຍສາອາກອນປະຈຳແຂວງຫຼວງນໍ້າທາ ເກັບລາຍຮັບລື່ນແຜນ

408

ໄລຍະ 4 ປີຜ່ານມາ ສ່ວຍສາອາກອນປະຈໍາແຂວງຫຼວງນໍ້າທາ ໄດ້ມອບໝາຍໃຫ້ຈັດເກັບລາຍຮັບໃຫ້ໄດ້ 436,02 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເຮັດໄດ້ລື່ນແຜນກວ່າ 17% ຂອງແຜນການດັດແກ້ 4 ປີ.

ທ່ານ ຄຳພັນໄຊສີ ເລຂາໜ່ວຍພັກສ່ວຍສາອາກອນປະຈໍາແຂວງຫຼວງນໍ້າທາ ໃຫ້ຮູ້ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງເລຂາໜ່ວຍພັກໃນວັນທີ 11 ມີນາຜ່ານມາ ວ່າ: ໄລຍະ 4 ປີຜ່ານມາ ຄະນະພັກໄດ້ຊຸກຍູ້ວຽກງານວິຊາສະເພາະຂອງແຕ່ລະຂະແໜງການດ້ວຍຄວາມຮັບຜິດຊອບສູງ ເຊິ່ງສະແດງອອກໄດ້ຊຸກຍູ້ບັນດາຂະແໜງການ, ອົງການທຽບເທົ່າທີ່ມີລາຍຮັບຄ່າທຳນຽມ, ຄ່າບໍລິການວິຊາການ, ອົງການລັດ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີເງື່ອນໄຂໃຫ້ມານໍາໃຊ້ໃບເກັບເງິນຂອງອາກອນຕາມລະບຽບການ.

ຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃນແຕ່ລະປີ ແຕ່ລະໄລຍະໄດ້ມີການປັບປຸງຕາມທິດນຳຂອງຂັ້ນເທິງ ເພື່ອຮັບປະກັນຄວາມໂປ່ງໃສໃນການປະຕິບັດພັນທະອາກອນປະເພດຕ່າງໆຂອງຜູ້ປະກອບການ ແມ່ນໄດ້ນຳໃຊ້ເຕັກໂນໂລຊີເຄື່ອງທີ່ທັນສະໄໝ, ລະບົບເທັກລິດການແຈ້ງເສຍອາກອນຊຳລະຜ່ານລະບົບທະນາຄານ, ຄ່າທຳນຽມທາງ, ຄ່າທຳນຽມວິຊາກັບດ່ານສາກົນ, ພາສີທີ່ດິນ ແລະ ລາຍຮັບວິຊາການຂອງອົງການລັດ, ໄດ້ອອກໃບທະບຽນວິຊາຫະກິດຂຶ້ນຕໍ່ທະບຽນອາກອນປະຈຳປີ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

ແຕ່ປີ 2016 – ປີ 2019 ໄດ້ອອກໃບຢັ້ງຢືນເລກບັດປະຈໍາຕົວຂອງຜູ້ເສຍອາກອນໃຫ້ບັນດາຫົວໜ່ວຍທຸລະກິດຜູ້ປະກອບການປະຈໍາປີມີທັງໝົດ 2.762 ພື້ນຖານ, ໃນການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດແຕ່ປີ 2015 – 2016 ແລະ 3 ເດືອນຂ້າມຜ່ານປີ 2016 ຫາປີ 2019 ແຜນການລວມທັງໝົດ 445,83 ຕື້ກີບ, ແຜນດັດແກ້ 436,02 ຕື້ກີບ, ປະຕິບັດໄດ້ 513,28 ຕື້ກີບ ເທົ່າກັບ 115,13% ຂອງແຜນ 4 ປີ ເທົ່າກັບ 117,72% ຂອງແຜນດັດແກ້ ແລະ ວຽກງານອື່ນກໍໄດ້ຮັບການພັດທະນາເຊັ່ນດຽວກັນ.

( ຂ່າວ: ສົມພອນ ຂຸນດາວົງ )