ເມືອງໄຊບູລີ ຈະສູ້ຊົນສ້າງບ້ານພັດທະນາໃຫ້ໄດ້ອີກ 10 ບ້ານ

207

ປີຜ່ານມາເມືອງໄຊບູລີ ແຂວງສະຫວັນນະເຂດ ສາມາດປະກາດບ້ານພັດທະນາໄດ້ທັງໝົດ 33 ບ້ານ ແລະ ຈະສ້າງຕື່ມໃນປີ 2020 ຈໍານວນ 10 ບ້ານ ຄາດວ່າປີ 2024 ຈະໃຫ້ສຳເລັດ.

ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດໃນວັນທີ 11 ມີນາຜ່ານມາ ວ່າ: ກ່ຽວກັບການລົງເຄື່ອນໄຫວເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກເມືອງໄຊບູລີ ເຊິ່ງທາງຄະນະບໍລິຫານງານພັກເມືອງໄດ້ຈັດກອງປະຊຸມແບ່ງ ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃນຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ໃນຄັ້ງວັນທີ 10 ກຸມພາທີ່ຜ່ານມາ. ຈາກນັ້ນ, ກໍໄດ້ມີການຈັດຕັ້ງປະຕິບັດລົງເຜີຍຕົວຈິງໃຫ້ກັບປະຊາຊົນໃນທົ່ວເມືອງໄດ້ທັງໝົດ 10 ກຸ່ມບ້ານ ໃນຈຳນວນ 54 ບ້ານທົ່ວເມືອງໄຊບູລີ ຮອດວັນທີ 28 ກຸມພາ 2020 ການລົງເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກເມືອງໄຊບູລີ ແມ່ນໄດ້ສຳເລັດ 100%.

ພາບປະກອບຂ່າວ

ທ່ານ ອ່ອນລຳພັນ ບົວສີແກ້ວ ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນທາງຄະນະນຳຂອງເມືອງ ແມ່ນເລັ່ງໃສ່ການສ້າງບ້ານພັດທະນາຕາມດຳລັດ 348 ໂດຍສະເພາະແມ່ນບັນດາບ້ານເປົ້າໝາຍທີ່ມີທ່າແຮງທາງດ້ານເສດຖະກິດ, ຊຸກຍູ້ການຜະລິດໃຫ້ກາຍເປັນສິນຄ້າໃຫ້ຫຼາຍຂຶ້ນໃນປີຜ່ານມາທົ່ວເມືອງໄຊບູລີ ສາມາດປະກາດບ້ານພັດທະນາໄດ້ທັງໝົດ 33 ບ້ານ ແລະ ຈະສ້າງຕື່ມໃນປີ 2020 ຈໍານວນ 10 ບ້ານ ຄາດວ່າປີ 2024 ຈະໃຫ້ສຳເລັດ 100% ໃນຈຳນວນ 54 ໃນທົ່ວເມືອງ.

ພາບປະກອບຂ່າວ

ສຳລັບການພັດທະນາດ້ານພື້ນຖານໂຄງລ່າງ ທາງເມືອງແມ່ນໄດ້ເນັ້ນໃສ່ການສ້າງທາງດິນແດງໃຫ້ທຽວໄດ້ສະດວກສະບາຍ ປັດຈຸບັນການຟື້ນຟູເສັ້ນທາງແມ່ນສຳເລັດໄດ້ຫຼາຍເສັ້ນແລ້ວ. ໃນນັ້ນ, ກໍແມ່ນການສ້າງຂົວຈຸດທີ່ມີຄວາມສ່ຽງໃນການຖືກນ້ຳຖ້ວມ ເຊິ່ງໄດ້ນຳພາປະຊາຊົນສ້າງໂດຍການໃຊ້ທຶນປະຊາຊົນ ແລະ ເມືອງປະກອບສ່ວນຈຳນວນໜຶ່ງ ແລະ ໄດ້ສຳເລັດໄປນຳແລ້ວ.

ນອກຈາກນັ້ນ, ກໍແມ່ນການສ້າງແຫຼ່ງທ່ອງທ່ຽວຢູ່ບ້ານໜອງເຮືອທອງ, ການສ້າງຫໍຄອຍ, ສ້າງຫໍວາງສະແດງຈຸດທີ່ຄົ້ນພົບວັດຖຸບູຮານ ແລະ ມີແຜນປັບປຸງແຫຼ່ງທ່ອງທ່ຽວແກ້ງກະເບົາຕື່ມອີກ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ.

ພາບປະກອບຂ່າວ