ຂ່າວດີມາອີກແລ້ວ! ທຶນຮຽນວິຊາຊີບຟຣີມີເບ້ຍລ້ຽງໃຫ້ພ້ອມ

252

ນັບວ່າເປັນຂ່າວດີສຳລັບ ຊາວໜຸ່ມນັກຮຽນທີ່ຈົບປະຖົມຂື້ນໄປ (ປໍ 5) ທີ່ຍັງບໍ່ມີອາຊີບ ແລະມີຄວາມມຸ້ງຫວັງຢາກຮຽນວິຊາຊີບເປັນຄູ່ມືສ້າງເສດຖະກິດຄອບຄົວໃນສາຂາ ຕັດຫຍິບ ຕອນນີ້ມີໂຄງການເປີດຮຽໜຟຣີມີເບ້ຍລ້ຽງໃຫ້ 620.000 ກີບຕໍ່ຄົນຕໍ່ເດືອນ.

ອີງຕາມ ແຈ້ງການ ຂອງວິທະຍາໄລເຕັກນິກ ແຂວງ ວຽງຈັນ ເລກທີ 0339/ວຕ.ວຈ ລົງວັນທີ 11 ມີນາ 2020 ເຖິງ: ຊາວໜຸ່ມນັກຮຽນ ທີ່ຈົບປະຖົມຂື້ນໄປ (ປໍ 5) ທີ່ຍັງບໍ່ມີອາຊີບສາມາດສະໝັກເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ 1 (C1)  ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ພາຍໃຕ້ໂຄງການ sSTVEr ສົກຮຽນ 2013-2020. ອີງຕາມ ແຜນຮັບນັກຮຽນໂຄງການ sSTVET ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ສໍາລັບສົກຮຽນ 2019- 2020.

ຜູ້ອໍານວຍການ ວິທະຍາໄລເຕັກນິກແຂວງວຽງຈັນ ແຈ້ງວ່າ ທາງວິທະຍາໄລມີແຜນດໍາເນີນການຮຽນ-ການສອນ ຫຼັກສູດວິຊາຊີບຊັ້ນຕົ້ນ ລະດັບ 1 (C1) ໄລຍະເວລາ 3 ເດືອນ ໃນສາຂາວິຊາຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນມີຄວາມພ້ອມໃນດ້ານຕ່າງໆ. ເພື່ອໃຫ້ບັນລຸແຜນທີ່ໄດ້ກໍານົດໄວ້ ແລະ ສໍາເລັດລົງດ້ວຍດີ, ສະນັ້ນ ວິທະຍາໄລເຕັກນິກ ແຂວງວຽງຈັນ ຈຶ່ງເປີດຮັບນັກຮຽນທີ່ຈົບປະຖົມຂຶ້ນໄປ ເຂົ້າຮຽນ ສາຂາ ຕັດຫຍິບຈຳນວນ 45 ຄົນ.

ເລີ່ມຮັບສະຫມັກແຕ່ວັນທີ 11 ມີນາ 2020 ຫາວັນທີ 23 ມີນາ 2020 ແລະ ຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 24 ມີນາ 2020 ເປັນຕົ້ນໄປ. ບໍ່ໄດ້ເສຍຄ່າສະໝັກ ຫຼື ລົງທະບຽນໃດໆ, ສຳລັບຜູ້ທີ່ໄດ້ເຂົ້າຮຽນແມ່ນໄດ້ຮັບເບ້ຍລ້ຽງ 620.​​000 ກີບຕໍ່ຄົນຕໍ່ເດືອນ.

ເງື່ອນໄຂຜູ້ສະໝັກມີຄື: ຊາວຫນຸ່ມອາຍຸຕັ້ງແຕ່ 15 ປີ ຫາ 35 ປີ ທີ່ຈົບປະຖົມຂຶ້ນໄປ, ບໍ່ມີວຽກເຮັດງານທໍາ ລວມ ທັງຄູສັນຍາຈ້າງ ແລະອາສາສະໝັກໃນໂຮງຮຽນຕ່າງໆ.

ຖ້າໃຜສົນໃຈ ແມ່ນໃຫ້ພົວພັນເອົາແບບຟອມສະໝັກ ແລະ ສົ່ງແບບຟອມສະໝັກທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ (ພະແນກ ວິຊາການ) ໃນໂມງລັດຖະການ ຫຼື ຕາມບັນດາຫ້ອງການສຶກສາທິການ ແລະກິລາ ເມືອງຕ່າງໆ ຂອງແຂວງວຽງຈັນ ຫຼື ສາມາດຕິດຕໍ່ໄດ້ທີເບີ: 020 55752380, 020 98631159 ແລະ 023 4001529