ຫຼວງນໍ້າທາຮັບຄ່າຊົດເຊີຍແລ້ວ 131,9 ຕື້ກີບ ຈາກຜົນກະທົບໂຄງການທາງລົດໄຟ

130

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ມີໄລຍະທາງແລ່ນຜ່ານແຂວງຫຼວງນໍ້າທາ ມາຮອດປັດຈຸບັນ, ສາມາດຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນຊາວແຂວງຫຼວງນໍ້າທາແລ້ວ ຈຳນວນ 131,9 ຕື້ກີບ ຫຼືເທົ່າກັບ 70% ຂອງຈຳນວນເງິນທີ່ຕ້ອງໄດ້ຊົດເຊີຍທັງໝົດ 178,5 ຕື້ກີບ. ຂະນະທີ່, ຫົວໜ້າປະສານງານໂຄງການດັ່ງກ່າວລະບຸວ່າ ການກໍ່ສ້າງເສັ້ນທາງດັ່ງກ່າວສຳເລັດແລ້ວ 90% ຂອງໜ້າວຽກທັງໝົດ.

ອີງຕາມການເປີດເຜີຍຂອງ ທ່ານ ຈັນທະຈອນ ແກ້ວລະຄອນ, ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ປະຈໍາແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ທີ່ຜ່ານແຂວງຫຼວງນ້ຳທາ ມີຄວາມຍາວ 16,9 ກິໂລແມັດ ສົ່ງຜົນກະທົບຕໍ່ເນື້ອທີ່ດິນຂອງປະຊາຊົນທັງໝົດ 86,7 ເຮັກຕາ. ໃນນີ້: ມີເນື້ອທີ່ສວນ 50,7 ເຮັກຕາ, ດິນປຸກສ້າງ 28,2 ເຮັກຕາ ແລະ ເນື້ອທີ່ນາ 7,8 ເຮັກຕາ.

ພາບປະກອບຂ່າວ

ນອກຈາກນີ້, ຍັງມີເຮືອນຊານ ແລະ ອາຄານຕ່າງໆເສຍຫາຍ 153 ຫຼັງ, ລວມມູນຄ່າທັງໝົດ 178,5 ຕື້ກີບ, ໃນນີ້, ມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 321 ຄອບຄົວ. ມາຮອດປັດຈຸບັນ, ທາງໂຄງການໄດ້ສໍາເລັດການເບີກຈ່າຍເງິນຊົດເຊີຍໃຫ້ປະຊາຊົນແລ້ວ 7 ງວດ, ໂດຍມີ 218 ຄອບຄົວ, ເທົ່າກັບ 70% ຂອງຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດ, ລວມເງິນທີ່ໄດ້ເບີກຈ່າຍທັງໝົດແມ່ນ 131,9 ຕື້ກີບ, ເທົ່າກັບ 70% ຂອງຈຳນວນເງິນຊົດເຊີຍທີ່ຕ້ອງຈ່າຍທັງໝົດ.

ພາບປະກອບຂ່າວ

ທ່ານ ກ່າວຕື່ມວ່າ: ໂຄງການສ້າງທາງລົດໄຟລາວ-ຈີນ ທີ່ຜ່ານແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ແມ່ນກໍ່ສ້າງສໍາເລັດແລ້ວ 90% ເຊິ່ງຄາດວ່າການກໍ່ສ້າງຈະໃຫ້ສໍາເລັດໂດຍສົມບູນໃນມໍ່ໆນີ້.

ພາບປະກອບຂ່າວ

ທີ່ມາ: lao national radio