ອີກຈັກໜ້ອຍຮູ້ ໂຈະແທ້ຫຼືບໍ່ ການສະຫຼອງປີໃໝ່ລາວຢູ່ຫຼວງພະບາງ

78

ເປັນເລື່ອງທີ່ໜ້າເສຍດາຍສໍາລັບສາຍທ່ຽວອີກເລື່ອງເມື່ອທາງເຈົ້າ ແຂວງຫຼວງພະບາງ ເຮັດໜັງສືລາຍງານ ເລື່ອງຂໍທິດຊີ້ນໍາກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2563 ທີ່ນະຄອນຫຼວງພະບາງ ສະບັບເລກທີ 03/ຈຂ.ຫຼບ ລົງວັນທີ 11 ມີນາ 2020,

ໂດຍໜັງສືລາຍງານລະບຸວ່າ ທາງເຈົ້າແຂວງແຂວງຫຼວງພະບາງໄດ້ລາຍງານຂໍທິດຊີ້ນໍາຈາກທ່ານນາຍົກລັດຖະມົນຕີແຫ່ງ ສ ປປ ລາວ ເພື່ອຂໍໂຈະການຈັດກິດຈະກໍາໃນການສະຫຼອງບຸນປີມໃໝ່ລາວ 2020

ເນື່ອງຈາກວ່າງານດັ່ງກ່າວຈະເຮັດໃຫ້ມີຜູ້ຄົນ, ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ແອອັດມີທັງແຂກພາຍໃນ ແລະ ຕ່າງປະເທດ ຈະຍາກໃນການຄວບຄຸມ, ປ້ອງກັນຈາກຄວາມສ່ຽງຕໍ່ການຕິດຕໍ່ເຊື້ອໂຄວິດ 19, ທີ່ປັດຈຸບັນສະຖານະການໜ້າເປັນຫ່ວງຫຼາຍ
ເຈົ້າແຂວງແຂວງຫຼວງພະບາງ ຈຶ່ງໄດ້ຂໍທິດຊີ້ນໍາໂຈະກິດຈະກໍາດັ່ງຕໍ່ໄປນີ້

1 ໂຈະການຈັດງານປະກວດນາງສັງຂານ ໃນວັນທີ 10-11 ເມສາ 2020
2 ໂຈະການຈັດຕະຫຼາດນັດມວນຊົນ ຕາມເສັ້ນທາງກາງເມືອງ,
3 ໂຈະການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມສາ 2020
4 ໂຈະການແຫ່ວໍ່ທີ່ເປັນຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍໃນວັນທີ 14-15 ເມສາ 2020

ສ່ວນກິດຈະກໍາທີ່ກ່ຽວພັນກັບຮີດຄອງປະເພນີຫຼວງພະບາງມາແຕ່ດຶກດໍາບັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຢູ່ແມ່ນ ພິທີອັງເຊີນພະບາງລົງສົງ ແຕ່ວັນທີ 17-20, ການແຫວ່ວໍ່ (ແຫ່ ແລະ ສົງນໍ້າໃຫ້ຄູບາ, ພະສົງແຕ່ລະວັດ) ເມສາ 2020.

ດັ່ງນັ້ນ, ທາງເຈົ້າແຂວງຈຶ່ງລາຍງານ ແລະ ຂໍທິດຊີ້ນໍາຈາກທ່ານນາຍົກລັດຖະມົນຕີໃນການຈັດຕັ້ງປະຕິບັດດ້ວຍ ແນວໃດກໍຕາມຫາກໜັງສືລາຍງານໄດ້ຮັບການຮັບພິຈາລະນາໂຈະແທ້ກໍຄົງເຮັດໃຫ້ສາຍທ່ຽວທັງຫຼາຍທີ່ລໍຖ້າງານບຸນປະເພນີສໍາຄັນຂອງລາວ ທີ່ສວຍງາມຢູ່ຫຼວງພະບາງຕ້ອງຜິດຫວັງໄປຕາມໆກັນ.

ແຕ່ກໍເພື່ອຄວາມປອດໄພຂອງຕົວທ່ານ, ຄອບຄົວ ສັງຄົມເຮົາເອງຈາກເຊື້ອພະຍາດຮ້າຍທີ່ອາດຈະເກີດຂຶ້ນໄດ້ ການປ້ອງກັນໄວ້ກໍດີກວ່າ.