ທຸລະກິດທ່ອງທ່ຽວເກືອບເຄິ່ງໂລກອາດຈະລົ້ມລະລາຍຈາກໂຄວິດ-19

11 Mar 2020

ຄລິກແຊຣ໌ 0 Facebook WhatsApp

 

ສໍານັກຂ່າວຕ່າງປະເທດຢ່າງຊີເອັນເອັນລາຍງານການປະເມີນຜົນກະທົບຈາກໂຄວິດ-19ລະບາດຕໍ່ອຸດສາຫະກໍາການທ່ອງທ່ຽວທົ່ວໂລກທີ່ມີມູນຄ່າ5,7ພັນຕື້ໂດລາ ແລະ ສ້າງວຽກເຮັດງານທໍາກວ່າ319ລ້ານຕໍາແໜ່ງຫຼືຄິດເປັນຄົນເຮັດວຽກພາກການທ່ອງທ່ຽວມີ1ຄົນຕໍ່ປະຊາກອນໂລກ10ຄົນ.

ສະມາຄົມທຸລະກິດການທ່ອງທ່ຽວໂລກລາຍງານຜົນການສໍາຫຼວດທຸລະກິດການທ່ອງທ່ຽວ400ແຫ່ງພົບທຸລະກິດເກືອບເຄິ່ງໜຶ່ງຖືກຍົກເລີກຫຼືເລື່ອນອອກໄປ ແລະ ກັງວົນວ່າທຸລະກິດການທ່ອງທ່ຽວ37%ອາດຈະລົ້ມລະລາຍ.

ທ່ານ ສະກອດ ໂຊລອມບຣິໂນ ຜູ້ອໍານວຍການບໍລິຫານກຸ່ມທຸລະກິດກ່າວວ່າທຸລະກິດການທ່ອງທ່ຽວທີ່ຕົກຕໍ່າລົງທີ່ສຸດນັບຈາກເຫດການໂສກນາດຕະກໍາ9/11ຢູ່ອາເມຣິກາເມື່ອຫຼາຍປີກ່ອນທີ່ຕ້ອນນັ້ນກວ່າຄວາມເຊື່ອໝັ້ນຈະກັບຄືນມາໄດ້ຕ້ອງໃຊ້ເວລາຍາວນານເລີຍທີ່ດຽວ.

ແຕ່ຂະນະນີ້ຍັງຄວບຄຸມສະຖານະການການລະບາດຂອງໂຄວິດ-19ຍັງບໍ່ໄດ້,ຫາກເກີດການລະບາດຂະຫຍາຍວົງກວ້າງອອກໄປຈະແຫ່ງສົ່ງຜົນກະທົບຕໍ່ອຸດສາຫະກໍາການທ່ອງທ່ຽວທີ່ຕ້ອງສູນເສຍລາຍໄດ້ມະຫາສານຢ່າງແນ່ນອນ.

ທ່ານ ມາກ ຊານດີ ຫົວໜ້າຝ່າຍເສດຖະກິດສະຖາບັນວິໄຈມູດີກ່າວວ່າ:ການລະບາດຂອງໂຄວິດ-19ສົ່ງຜົນກະທົບຕໍ່ອຸດສາຫະກໍາການທ່ອງທ່ຽວໂດຍກົງ ແລະ ທັນທີ.

ສ່ວນທ່ານ ອະດໍາ ແຊກ ຜູ້ອໍານວຍການບໍລິສັດວິໄຈເສດຖະກິດການທ່ອງທ່ຽວກ່າວວ່າ:ອຸດສາຫໍາການທ່ອງທ່ຽວໄດ້ຮັບຜົນກະທົບທົ່ວໂລກເຊິ່ງມີຄົນເຮັດວຽກ1ໃນ10ຄົນໃນໂລກເນື່ອງຈາກກ່ຽວຂ້ອງກັບທຸລະກິດອື່ນໆອີກຫຼວງຫຼາຍລວມທັງສາຍການບິນ,ໂຮງແຮມ,ການຄ້າ,ຮ້ານອາຫານ ແລະ ເທັກໂນໂລຢີບາງສ່ວນ.

ສາຍການບິນມີຍອດຈອງປີ້ໂດຍສານຫຼຸດລົງຢ່າງໄວວາທົ່ວອາຊີບໍ່ສະເພາະແຕ່ໃນປະເທດຈີນເຊິ່ງເປັນສູນກາງການລະບາດຂອງໂຄວິດ-19ເທົ່ານັ້ນ,ແຕ່ລວມເຖິງປະເທດອາຊີຕ່າງໆນໍາອີກ.

ທັງນີ້ສາຍການບິນ ຢູໄນເຕັດ ແອລາຍ ລາຍງານວ່າ:ຍອດຈອງປີ້ໄປຈີນຫຼຸດລົງເຖິງ75%ເຊິ່ງໃກ້ຄຽງກັບເສັ້ນທາງອື່ນທີ່ຕ້ອງຜ່ານປາຊີຟິກ,ສ່ວນໜຶ່ງເປັນເພາະນັກເດີນທາງຄົນຈີນຍົກເລີກການເດີນທາງເຖິງເຄິ່ງໜຶ່ງເນື່ອງຈາກນັກເດີນທາງຄົນຈີນເດີນທາງເລື້ອຍໆກວ່ານັກເດີນທາງອື່ນໆໃນໂລກ.

ສ່ວນກອງປະຊຸມໃຫຍ່ໆຂອງໂລກທີ່ຄາດຄະເນວ່າຈະມີຜູ້ເຂົ້າຮ່ວມຫຼັກແສນຄົນຕ່າງກໍ່ຕ້ອງຍົກເລີກຖ້ວນໜ້າເຖິງວ່າຈະບໍ່ໄດ້ຈັດຢູ່ຂົງເຂດທີ່ມີການລະບາດຂອງໂຄວິດ-19ກໍຕາມເນື່ອງຈາກກັງວົນວ່າຜູ້ເຂົ້າຮ່ວມກອງປະຊຸມອາດຈະຕິດພະຍາດ ແລະ ແຜ່ເຊື້ອໃສ່ຄົນອື່ນ.

ດ້ານນັກທ່ອງທ່ຽວເອງຕ່າງກໍພິຈາລະນາໃຫ້ຖີ່ຖ້ວນກ່ອນວາງແຜນເດີນທາງ,ມູນນິທິຄອບຄົວໄກເຊີໃຫ້ຮູ້ວ່າ:ຜົນການສໍາຫຼວດຜູ້ໃຫຍ່ຄົນອາເມຣິກາ1.200ຄົນພົບວ່າ1ໃນ8ຄົນປ່ຽນການເດີນທາງເນື່ອງຈາກຢ້ານໂຄວິດ-19.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ