ກອງພັນຂົນສົ່ງ 401 ມອບເງິນອຸດໝູນກວ່າ 100 ລ້ານກີບ ໃຫ້ພະນັກງານບຳນານ

296

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ປະຕິບັດຕາມນະໂຍບາຍຂອງກອງທັບ ຕໍ່ຜູ້ທີ່ມີຜົນງານຄວາມດີພາຍໃນກົມກອງ, ເມື່ອບໍ່ດົນມານີ້, ກອງພັນຂົນສົ່ງ 401 ກອງທັບ ໄດ້ຈັດພິທີມອບ-ຮັບເງິນອຸດໜູນອາຍຸການ ໃຫ້ແກ່ພະນັກງານກອງພັນຂົນສົ່ງ 401 ທີ່ມີເງື່ອນໄຂເຖິງອາຍຸກະສຽນພັກການເຂົ້າຮັບເບ້ຍບຳນານ 11 ສະຫາຍ ເປັນຈຳນວນເງິນ 172.271.000 ກີບ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັນເອກ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມກອງ, ພະແນກການ, ຂະແໜງການ ແລະ ພະນັກງານ-ນັກຮົບພາຍໃນກອງພັນຂົນສົ່ງ 401 ເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ໃນພິທີ, ສະຫາຍ ພັນເອກ ບຸນຍົງ ວົງພົມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ບັນດາສະຫາຍພະນັກງານ ທີ່ເຖິງອາຍຸການຮັບເບ້ຍບຳນານທີ່ໄດ້ ອຸທິດເຫຼື່ອແຮງ, ສະຕິປັນຍາເຂົ້າໃນການເຄື່ອນໄຫວປະຕິວັດ ແລະ ເຮັດສຳເລັດໜ້າທີ່ວຽກງານການເມືອງ ຂອງກົມກອງກໍຄືວຽກງານ ວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງ ພັກ-ລັດ ມອບໝາຍໃຫ້ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປົກປັກຮັກສາ, ສ້າງສາປະເທດຊາດກໍຄື ສ້າງສາພັດທະນາກົມກອງໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.

ພາບປະກອບຂ່າວເທົ່ານັ້ນ

ສະນັ້ນ, ພັກ-ລັດ ຈຶ່ງໄດ້ມີນະໂຍບາຍມອບເງິນໃຫ້ບັນດາສະຫາຍດັ່ງກ່າວເພື່ອນຳໄປໝູນໃຊ້ ເຂົ້າໃນການດຳລົງຊີວິດ ແລະ ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ບັນດາສະຫາຍສືບຕໍ່ເຮັດໜ້າທີ່ ເປັນເຈົ້າການໃນການສຶກສາອົບຮົມ ການເມືອງ-ແນວຄິດຕໍ່ລູກຫຼານ, ພໍ່ແມ່ປະຊາຊົນໃຫ້ມີຄວາມຮັບຮູ້ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ-ລັດ, ເປັນແກ່ນສານ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ຮັກສາໄດ້ຄວາມສາມັກຄີ, ເປັນແບບຢ່າງທີ່ດີໃນການດຳລົງຊີວິດຢູ່ໃນສັງຄົມ.

ທີ່ມາ: Lao people’s Army News