10 ເຄັບລັບຮຽນພາສາຕ່າງປະເທດໃຫ້ໄດ້ຜົນ

101

ເນື່ອງຈາກປັດຈຸບັນໂລກໄດ້ປ່ຽນແປງໄປຫຼາຍ ສົ່ງຜົນເຖິງຄວາມຕ້ອງການໃນຕະຫຼາດແຮງງານທີ່ປ່ຽນແປງຕາມໄປນຳ ນັ້ນກໍຄືເຕັມໄປດ້ວຍການແຂ່ງຂັນສູງ ທັງໃນເລື່ອງຄວາມສາມາດ ແລະ ໃນເລື່ອງຂອງທັກສະ ໂດຍສະເພາະຜູ້ທີ່ມີຄວາມສາມາດທາງດ້ານພາສາ ແລະ ຈົບການສຶກສາໃນຕ່າງປະເທດ ຈະມີໂອກາດສູງໃນການປະກອບອາຊີບວຽກງານຕ່າງໆ ແລະ ມື້ນີ້, ພວກເຮົາໄດ້ນຳເອົາ 10 ເຄັດລັບງ່າຍໆ ທີ່ຈະເຮັດໃຫ້ການຮຽນພາສາຕ່າງປະເທດໃຫ້ໄດ້ຜົນເພື່ອຄວາມສຳເລັດໃນລະດັບນານາຊາດ.

1 ທຸກຢ່າງຕ້ອງມີການເລີ່ມຕົ້ນ: ເພາະວ່າບໍ່ມີໃຜເວົ້າພາສາທີ່ສອງໄດ້ຕັ້ງແຕ່ເກີດ ທຸກຄົນຕ້ອງໃຊ້ເວລາໃນການຮຽນຮູ້ທຸກຢ່າງ ສະນັ້ນ, ເຮົາບໍ່ຕ້ອງໄປຄາດຫວັງວ່າຈະຕ້ອງເຂົ້າໃຈທຸກສິ່ງທຸກໄດ້ຢ່າງຕັ້ງແຕ່ເລີ່ມຕົ້ນ.

2 ພະຍາຍາມຮຽນຮູ້: ຈາກການສຶກສາພົບວ່າ ການທົບທວນເປັນໄລຍະເວລາສັ້ນໆ ເຊັ່ນ: ໃນລະຫວ່າງກິນເຂົ້າເຊົ້າ ໃນຂະນະອາບນ້ຳ ຫຼື ໃນຂະນະເດີນທາງ ຈະສົ່ງຜົນໃຫ້ເຮົາຈົດຈຳໄດ້ດີກວ່າ.

3 ທ່ອງຄຳສັບ: ຍິ່ງເຮົາຮູ້ຄຳສັບຫຼາຍເທົ່າໃດ ເຮົາກໍສາມາດເວົ້າ ແລະ ເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ ເຕັກນິກໃນການຈົດຈຳຄຳສັບ ຄື ໃຫ້ພົກພາປື້ມນ້ອຍໆທີ່ຈະຂຽນຄຳສັບ (ທີ່ມີຄຳແປຢູ່ດ້ານຫຼັງ) ຕິດໂຕໄວ້ຕະຫຼອດ.

4 ຝຶກຝົນຢ່າງຈິງຈັງ: ຍ່າເຮັດປາກຂະມຸບຂະມິບ ຫຼື ທ່ອງເອົາໄວ້ໃສໃຈຊື່ໆ ເຮົາຕ້ອງ ເວົ້າ ຫຼື ອ່ານອອກມາດັງໆ ໃນທຸກຄັ້ງທີ່ມີໂອກາດ ເພື່ອຈະໄດ້ຝຶກໃຫ້ເຄີຍຊິນກັັບການອອກສຽງທີ່ຖືກຕ້ອງ.

5 ໝັ່ນແກ້ວຽກບ້ານ: ການເຮັດວຽກບ້ານຄືການຝຶກຝົນທັກສະການໃຊ້ພາສາໃຫ້ເປັນໄປຢ່າງດີ ຈົນກາຍເປັນຄວາມຊຳນານ ແລະ ສາມາດເຮັດອອກມາໄດ້ດ້ວຍຕົວເອງໃນທີ່ສຸດ.

6 ຈັບກຸ່ມກັບເພື່ອນ: ຫາເວລາທົບທວນແກ້ວຽກບ້ານ ຫຼື ຝຶກເວົ້າພາສານັ້ນໆກັບເພື່ອນເປັນປະຈຳ ເຊິ່ງຈະຊ່ວຍແກ້ໄຂຂໍ້ບົກພ່ອງໃຫ້ກັນ ແລະ ກັນໄດ້ ແຖມຍັງເຮັດໃຫ້ເຮົາຈົດຈຳໄດ້ດີຍິ່ງຂຶ້ນອີກ.

7 ຫາຈຸດອ່ອນຂອງຕົວເອງ: ເຮົາຄວນຫາຈຸດອ່ອນໃນການຮຽນຂອງຕົວເອງໃຫ້ພົບ ເພື່ອທີ່ຈະໄດ້ເພີ່ມປະສິດທິພາບໃນການຮຽນຮູ້ ເຊັ່ນ: ຖ້າເຮົາເປັນຄົນງຽບໆ ແລະ ບໍ່ຄ່ອຍມີສ່ວນຮ່ວມໃນຊັ້ນຮຽນ ກໍບັງຄັບຕົວເອງໃຫ້ເລືອກບ່ອນນັ່ງແຖວໜ້າໃນຫ້ອງຮຽນ.

8 ຫາໂອກາດໃນການໃຊ້ພາສາ: ເພື່ອສ້າງຄວາມຄຸ້ນເຄີຍກັບພາສານັ້ນໆ ໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນການສົນທະນາກັບເຈົ້າຂອງພາສາ, ຫາເພື່ອນຈາກເຈົ້າຂອງພາສາ ແລະ ຊອກເບີ່ງລະຄອນທີ່ເວົ້າພາສານັ້ນໆ.

9 ທຸ່ມເທຄວາມສົນໃຈ: ເວົ້າງ່າຍໆກໍຄື ຫາຍໃຈເຂົ້າອອກກໍໃຫ້ເປັນພາສານັ້ນຮຽນຮູ້ພາສານັ້ນໆ ທັງໃນ ແລະ ນອກຫ້ອງຮຽນຢ່າງຈິງຈັງ ເຕັມທີ່ເຖິງຂະນາດຂອງຂະນາດຖ້າຝັນໄດ້ກໍອາດຝັນເປັນພາສານັ້ນເລີຍ.

10 ປຶກສາຜູ້ຮູ້ ຫຼື ອາຈານ: ຖ້າມີບັນຫາ ຫຼື ຕິດຂັດຫຍັງກໍຕ້ອງສອບຖາມຄູຜູ້ສອນ ຫຼື ເຈົ້າຂອງພາສານັ້ນທັນທີ ເພື່ອທຳລາຍກຳແພງທີ່ເປັນອຸປະສັກໃນການຮຽນອອກໄປ ໃຫ້ໄວທີ່ສຸດ ເຮົາຈະໄດ້ບໍ່ຕ້ອງສະດຸດຢູ່ດົນເກີນໄປເຊິ່ງນັ້ນອາດເຮັດໃຫ້ເຮົາເກີດຄວາມເບື່ອໜ່າຍໄດ້.

(ຮຽບຮຽງຈາກ: hotcourses.in.th)