ສົ່ງເສີມການຄ້າລາວ-ໄທ ເພີ່ມວັນເປີດດ່ານປະເພນີໜອງດາ-ຈຸດຜ່ອນຜັນທາງການຄ້າບ້ານໝໍ້

132

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເພື່ອອໍານວຍຄວາມສະດວກໃນການໄປ-ມາຫາສູ່ ກໍຄືການແລກປ່ຽນຊື້-ຂາຍສິນຄ້າລະຫວ່າງປະເທດ ໂດຍສະເພາະແມ່ນ ສປປ ລາວ ແລະ ລາຊະອານາຈັກໄທ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີການຄົບຄ້າສາມາຄົມ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ສະນັ້ນ, ເພື່ອເຮັດໃຫ້ແລກປ່ຽນຊື້-ຂາຍ ສິນຄ້າມີຄວາມສະດວກ, ວ່ອງໄວ ທັງສອງຝ່າຍ ໄດ້ມີການເພີ່ມວັນເປີດດ່ານປະເພນີໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສປປ ລາວ (ນວ) ຫາ ຈຸດຜ່ອນຜັນທາງການຄ້າບ້ານໝໍ້ ອຳເພີສີຊຽງໃໝ່ ຈັງຫວັດໜອງຄາຍ ລາຊະອານາຈັກໄທ ຈາກ 3 ວັນຕໍ່ອາທິດ ມາເປັນ 6 ວັນຕໍ່ອາທິດ (ຈັນ-ເສົາ).

ເຊິ່ງພິທີເພີ່ມວັນເປີດດ່ານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 7 ມີນາ 2020 ໂດຍມີທ່ານ ຄໍາພັນ ມາລາບັນດິດ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ(ນວ) ທີ່ປຶກສາສະຖາບັນຄົ້ນຄວ້າເສດຖະກິດ ນວ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ທ່ານ ເດດມົນຕີ ຜິດເຫຼືອງ ຮັກສາການເຈົ້າເມືອງສີຊຽງໃໝ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: Vientiane Mai