ປະເທດດີອາ ຄອງໂກ ຜະເຊີນທັງໄວຣັສອີໂບລາ – ໄວຣັສໂຄວິດ-19

120

ສາທາລະນະລັດ ປະຊາທິປະໄຕ ຄອງໂກ ກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຄົນທຳອິດ ຂະນະທີ່ ພາຍໃນປະເທດກຳລັງຈະຫຼຸດຈາກສະຖານະການແຜ່ລະບາດເຊື້ອໄວຣັສອີໂບລາ ຕາມກຳນົດການ ຖ້າບໍ່ພົບຜູ້ຕິດເຊື້ອໃໝ່ ພາຍໃນ 42 ວັນ ຫຼື ໄລຍະ 2 ເທົ່າຂອງການຟັກໂຕຂອງເຊື້ອໄວຣັສ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກິນຊາຊາ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (DR Congo) ເມື່ອວັນພຸດ ທີ 11 ມີນາ ວ່າ ກະຊວງສາທາລະນະສຸກຂອງດີອາ ຄອງໂກ ໄດ້ອອກຖະແຫຼງການເມື່ອວັນອັງຄານ ຜ່ານມາ ເລື່ອງການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຄົນທຳອິດ ເປັນຊາຍຊາວເບລຢ້ຽມ ທີ່ເດີນທາງເຂົ້ານະຄອນຫຼວງກິນຊາຊາ “ເມື່ອຫຼາຍວັນຜ່ານມາ” ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ປ່ວຍໄວ້ໃນໂຮງໝໍແລ້ວ ແລະ ກຳລັງເລັ່ງຕິດຕາມຜູ້ທີ່ໄດ້ສຳຜັດ ແລະ ຢູ່ໃກ້ຊິດກັບຊາຍຄົນດັ່ງກ່າວໃຫ້ມາຮັບການກວດສຸຂະພາບ.

ທັງນີ້, ນະຄອນຫຼວງກິນຊາຊາ ເປັນເມືອງໃຫຍ່ ເຊິ່ງມີປະຊາກອນອາໄສຢູ່ຫຼາຍທີ່ສຸດ ເປັນອັນດັບ 3 ໃນທະວີບອາຟຣິກາ ແລະ ຍັງມີຖ້ຽວບິນສາຍກົງລະຫວ່າງເມືອງໃຫຍ່ຫຼາຍແຫ່ງໃນທະວີບເອີຣົບອີກດ້ວຍ. ລວມທັງນະຄອນຫຼວງປາຣີສ ປະເທດຝຣັ່ງ ແລະ ນະຄອນຫຼວງບຣັສເຊລ ປະເທດເບລຢ້ຽມ ຂະນະທີ່ ບັນດາປະເທດອື່ນໆໃນທະວີບອາຟຣິກາ ເຊິ່ງກວດພົບຜູ້ປ່ວຍໂຄວິດ-19 ແລ້ວ ໄດ້ແກ່ປະເທດອີຢິບ, ແອລຈີເຣຍ, ອາຟຣິກາໃຕ້, ຕູນິເຊຍ, ເຊເນກັລ, ບູກິນາຟາໂຊ, ແຄເມີຣູນ, ໄນຈີເຣຍ, ໂມຣັອກໂກ ແລະ ໂຕໂກ.

ອີກປະການໜຶ່ງ ດີອາ ຄອງໂກ ກຳລັງພະຍາຍາມຢ່າງໜັກເພື່ອຄວບຄຸມສະຖານະການແຜ່ລະບາດຂອງໄວຣັສອີໂບລາ ເຊິ່ງເລິ່ມຕັ້ງແຕ່ວັນທີ 1 ສິງຫາ 2018 ພາກຊີວິດປະຊາຊົນແລ້ວ 2.264 ຄົນ ຈາກຈຳນວນຜູ້ປ່ວຍສະສົມ 3.801 ຄົນ. ຢ່າງໃດກໍ່ຕາມ, “ຜູ້ປ່ວຍຄົນສຸດທ້າຍ” ໄດ້ອອກຈາກໂຮງໝໍ ເມື່ອວັນທີ 3 ມີນາ ແລະ ວັນທີ 9 ມີນາ ຜ່ານມາ ແລະ ໃນຮອບ 21 ມື້ ທີ່ກວດພົບວ່າບໍ່ມີຜູ້ປ່ວຍໃໝ່.

ຖ້າ ດີອາ ຄອງໂກ ສາມາດຄວບຄຸມບໍ່ໃຫ້ມີຜູ້ຕິດເຊື້ອໄວຣັສອີໂບລາເພິ່ມຈົນຮອດວັນທີ 12 ເມສາ ກໍ່ເທົ່າກັບຄົບ 42 ມື້ ຫຼື 2 ເທົ່າ ຂອງໄລຍະເຊື້ອໄວຣັສຟັກໂຕ ນັບຕັ້ງແຕ່ມື້ລາຍງານສະຖິຕິຜູ້ປ່ວຍຄັ້ງຫຼ້າສຸດ ທາງອົງການອະນາໄມໂລກ (WHO) ຈະປະກາດຢຸດຕິການແຜ່ລະບາດຂອງເຊື້ອໄວຣັສອີໂບລາໃນປະເທດຄອງໂກ ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ. “ຫຼັງໄດ້ປະກາດສະຖານະການດັ່ງກ່າວ ເມື່ອເດືອນກໍລະກົດ ປີ 2019.

ສຳລັບການແຜ່ລະບາດເຊື້ອໄວຣັສອີໂບລາໃນປະເທດຄອງໂກ ຄັ້ງນີ້ ຖືເປັນຄັ້ງທີ 10 ນັບຕັ້ງແຕ່ມີການກວດພົບເຊື້ອພະຍາດດັ່ງກ່າວຢູ່ໃນໂລກ ເມື່ອປີ 1976 ຂະນະທີ່ ການແຜ່ລະບາດຄັ້ງຮ້າຍແຮງທີ່ສຸດ ເກີດຂຶ້ນຢູ່ພາກຕາເວັນຕົກຂອງທະວີບອາຟຣິກາ ລະຫວ່າງປີ 2013 ເຖິງ 2016 ມີຜູ້ເສຍຊີວິດປະມານ 11.000 ຄົນ.