ປີ 2019 ແຂວງບໍ່ແກ້ວ ເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 419,9ຕື້ກວ່າກີບ ເທົ່າກັບ 122,17% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາ ເພີ່ມຂຶ້ນ 17% ເທົ່າກັບ 58,8ຕື້ ກວ່າກີບ.
ທ່ານ ສົມດີ ອິນທະວົງ ຮອງພະແນກການເງິນແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນປີ 2019 ແຂວງບໍ່ແກ້ວ ເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 419,9ຕື້ກວ່າກີບ ເທົ່າກັບ 122,17% ຂອງແຜນການປີ;ໃນນີ້ ລາຍຮັບພູດຂອງສູນກາງ ແຜນການປີ 2019 ຈໍານວນ 243,7ຕື້ກວ່າກີບ ປະຕິບັດໄດ້ 269ຕື້ກວ່າກີບ ເທົ່າກັບ 110,64% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 15% ຫຼື ເທົ່າກັບ 33,3ຕື້ກວ່າກີບ. ໃນນີ້ ລວມລາຍຮັບພາສີ ປະຕິບັດໄດ້ 207,6ຕື້ກວ່າກີບ ເທົ່າກັບ 94,80% ຂອງແຜນການປີ.
ສ່ວນລາຍຮັບທ້ອງຖິ່ນປະຕິບັດໄດ້ 150,8ຕື້ກວ່າກີບ ເທົ່າກັບ 150,05% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21% ເທົ່າກັບ 25,4ຕື້ກວ່າກີບ.

ທ່ານ ສົມດີ ອິນທະວົງ ໃຫ້ຮູ້ຕື່ມວ່າ: ສາເຫດທີ່ປະຕິບັດລາຍຮັບໄດ້ລື່ນແຜນ ຍ້ອນມີຫົວໜ່ວຍທຸລະກິດເກີດຂຶ້ນໃໝ່ຫຼາຍ ຢູ່ເຂດເຊື່ອມຕໍ່ກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈຶ່ງສາມາດເກັບລາຍຮັບໄດ້ເພີ່ມຂຶ້ນເປັນຕົ້ນແມ່ນໄດ້ມາຈາກ ຄ່າທຳນຽມວິຊາການ, ອາກອນມອບເໝົາ, ຄ່າເຊົ່າຕຶກອາຄານ ຢູ່ເມືອງຕົ້ນເຜິ້ງ.
ແຫຼ່ງທີ່ມາ:ໜັງສືພິມບໍ່ແກ້ວ Bokeo Newspaper