ໂມງອັດສະລິຍະລຸ້ນທຳອິດຂອງ ອັອບໂປ

144

ອັອບໂປ ( OPPO ) ເປີດຕົວໂມງອັດສະລິຍະລຸ້ນທຳອິດຂອງບໍລິສັດ ພາຍໃຕ້ຊື່ OPPO Watch ໂດດເດັ່ນດ້ວຍໜ້າຈໍ AMOLED ຮູບຊົງສີ່ຫຼ່ຽມ, ສີສັນສົດໃສ, ຂອບໂຄ້ງ 3D.

OPPO Watch ມີສອງຂະໜາດໃຫ້ເລືອກ ໄດ້ແກ່ 41 ມິນລີແມັດ ແລະ 46 ມິນລີແມັດ, ໜ້າຈໍ OLED ຂະໜາດ 1,91 ນິ້ວ ຄວາມລະອຽດ 402×473 ຮອງຮັບການໃຊ້ງານ Fitness Tracker ຫຼື ກວດຈັບການອອກກຳລັງກາຍທົ່ວໄປ ມີໂໝດສຳລັບອອກກຳລັງກາຍ ຮອງຮັບການກັນນ້ຳ ຄວາມເລິກ 50 ແມັດ ສາມາດໃສ່ລອຍນ້ຳໄດ້, ຮອງຮັບ eSIM ສາມາດໃຊ້ເປັນໂທລະສັບໄດ້.

OPPO Watch ສາມາດໃຊ້ງານໄດ້ດົນ 40 ຊົ່ວໂມງຕໍ່ການສາກໜຶ່ງຄັ້ງ ແລະ ສາມາດໃຊ້ງານໄດ້ດົນ 21 ວັນ ຫາກເປີດໂໝດປະຢັດພະລັງງານໂດຍຮັບການແຈ້ງເຕືອນຈາກໂທລະສັບໄດ້ ທີ່ໜ້າສົນໃຈຄື OPPO Watch ຮອງຮັບເຕັກໂນໂລຊີ VOOC ສາກໄວ ສາມາດສາກແບັດເຕີຣີ ໄດ້ 47% ພາຍໃນໄລຍະເວລາພຽງ 15 ນາທີ ແລະ ໃຊ້ເວລາສາກແບັດເຕີຣີເຕັມທີ່ 75 ນາທີ.

ສ່ວນລະບົບປະຕິບັດການນັ້ນ OPPO ໄດ້ເປີດຕົວ ColorOS Watch ເຊິ່ງມີພື້ນຖານໃນລະບົບປະຕິບັດການ Android    ( ຍັງບໍ່ມີການຢືນຢັນວ່າໃຊ້ WearOS ຫຼື ບໍ່ ) ຈະວາງຈຳໜ່າຍໃນວັນທີ 24 ມີນາ 2020 ນີ້ ໃນປະເທດຈີນ ລາຄາເລີ່ມຕົ້ນປະມານ 1.499 ຢວນ.

( ທີ່ມາ: sanook.com/hitech )

[ ໂດຍ: ສົມລົດ ]