ເມືອງສາມັກຄີໄຊ ຈະສູ້ຊົນໃຫ້ປະຊາຊົນມີລາຍຮັບສະເລ່ຍຕໍ່ຫົວຄົນ 27 ລ້ານກີບ

262

ແຕ່ນີ້ຮອດປີ 2024 ເມືອງສາມັກຄີໄຊ ແຂວງອັດຕະປື ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 100%, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 27 ລ້ານກີບຕໍ່ປີ.

ທ່ານ ບຸນທະມາລີ ໝັ້ນອານົງ ເຈົ້າເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VI ໃນທ້າຍອາທິດຜ່ານມາວ່າ: ຈະສູ້ຊົນເຮັດໃຫ້ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດບໍ່ໃຫ້ຫຼຸດ 7,94% ຕໍ່ປີ ແລະ ຮອດປີ 2024 ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,98%; ສືບຕໍ່ສ້າງມູນຄ່າເພີ່ມປະມານ 1.198 ກວ່າຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໃຫ້ໄດ້ປະມານ 27 ລ້ານກີບ; ສູ້ຊົນແກ້ໄຂຄວາມທຸກຍາກໃຫ້ຍັງເຫຼືອ 5% ຂອງຄອບຄົວທຸກຍາກທັງໝົດໃນທົ່ວເມືອງ ແລະ ລຶບລ້າງບ້ານທຸກຍາກໃຫ້ໄດ້ 100%.

ໂອກາດດຽວກັນນີ້ ກອງປະຊຸມຍັງໄດ້ເປັນເອກະພາບກັນຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ 2020 – 2024.