ເຈົ້າໜ້າທີ່ເລັ່ງສືບສວນເຫດຍົນເກາະກັນທີ່ສະໜາມບິນວັດໄຕ

133

ຄະນະກໍາມະການສະເພາະກິດ ຮ່ວມກັບ ເຈົ້າໜ້າທີ່ສືບສວນ – ສອບສວນ ຈາກສາຍການບິນຂອງໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳລັງຂຸ້ນຂ້ຽວດຳເນີນການສືບສວນ – ສອບສວນ ແລະ ເກັບກຳລາຍລະອຽດຕ່າງໆຕໍ່ເຫດການຍົນສາຍການບິນ ໄທແອເວ ( Thai Airways ) ຖ້ຽວບິນ TG 575 ເກາະຫາງຍົນສ່ວນຕົວລໍາໜຶ່ງທີ່ຈອດຢູ່ລານຈອດສະໜາມບິນສາກົນວັດໄຕ.

ທ່ານ ຄອນຄຳ ສຸວົງສາ ຫົວໜ້າຫ້ອງການສືບສວນ – ສອບສວນ ເຫດຕິດຂັດ ແລະ ອຸບັດເຫດທາງການບິນ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ປັດຈຸບັນນີ້ຄະນະກໍາມະການສະເພາະກິດ ເຊິ່ງແຕ່ງຕັ້ງໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮ່ວມກັບເຈົ້າໜ້າທີ່ສືບສວນ – ສອບສວນ ຈາກສາຍການບິນໄທແອເວຂອງໄທ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງກຳລັງຂຸ້ນຂ້ຽວດຳເນີນການສືບສວນ – ສອບສວນ ແລະ ເກັບກຳລາຍລະອຽດຕ່າງໆ

ຕໍ່ເຫດການຍົນໂດຍສານແອບັສ A330 – 300 ຂອງສາຍການບິນໄທແອເວ, ຖ້ຽວບິນ TG 575 ຈາກວຽງຈັນ – ບາງກອກ ມີກຳນົດຈະອອກຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໃນເວລາ 20:30 ໂມງ ( ຕາມເວລາທ້ອງຖິ່ນ ) ແລະ ຈະໄປເຖິງສະໜາມບິນສຸວັນນະພູມ ( ປະເທດໄທ ) ໃນເວລາ 21:35 ໂມງ. ຍົນດັ່ງກ່າວກຳລັງເຄື່ອນຍ້າຍອອກຈາກລານຈອດ ເພື່ອໄປສູ່ເສັ້ນບິນ ຫຼື ເສັ້ນທາງຂຶ້ນ – ລົງ ແຕ່ປີກຂອງຍົນສາຍການບິນໄທແອເວ ໄດ້ເກາະເອົາສ່ວນຫາງຂອງຍົນ Gulfstream G450 ( GLF4 ) ເຊິ່ງເປັນຍົນຂອງສ່ວນບຸກຄົນທີ່ຈອດຢູ່ເດີ່ນ.

ທ່ານ ຄອນຄຳ ສຸວົງສາ ກ່າວຕື່ມວ່າ: ສາເຫດທີ່ເກີດອຸບັດເຫດໃນຄັ້ງນີ້ ແມ່ນຍັງບໍ່ທັນສາມາດສະຫຼຸບໄດ້ເທື່ອວ່າເກີດຂຶ້ນຍ້ອນສາເຫດໃດແທ້. ເຖິງຢ່າງໃດກໍຕາມ, ການສືບສວນ – ສອບສວນ ຄາດວ່າຈະບໍ່ໃຊ້ເວລາດົນ ເນື່ອງຈາກວ່າເຫດການດັ່ງກ່າວບໍ່ໄດ້ສັບຊ້ອນ ບໍ່ຄືກັບເຫດການອື່ນໆທີ່ພົວພັນເຖິງເຄື່ອງຈັກ ຫຼື ສະພາບອາກາດ. ອຸບັດເຫດແບບນີ້ແມ່ນເກີດຂຶ້ນເປັນຄັ້ງທຳອິດ ນັບຕັ້ງແຕ່ມີການເປີດນຳໃຊ້ສະໜາມບິນສາກົນວັດໄຕເປັນຕົ້ນມາ ແລະ ເຫດການແບບນີ້ກໍເຄີຍເກີດຂຶ້ນຢູ່ສະໜາມບິນສາກົນອື່ນໆເຊັ່ນດຽວກັນ.

ໃນປັດຈຸບັນນີ້ຍົນທັງສອງລຳແມ່ນໄດ້ຮັບຄວາມເສຍຫາຍ, ບໍ່ໄດ້ມີການເຄື່ອນຍ້າຍ ແລະ ບໍ່ສາມາດບິນໄດ້ ສ່ວນມູນຄ່າເສຍຫາຍຂອງຍົນທັງສອງລຳດັ່ງກ່າວແມ່ນຍັງບໍ່ທັນສາມາດປະເມີນໄດ້ເທື່ອ ( ສຳລັບລາຍລະອຽດ ແລະ ຄວາມຄືບໜ້າແມ່ນຈະໄດ້ເປີດເຜີຍໄປແຕ່ລະໄລຍະ ).

ທ່ານ ເຮືອອາກາດເອກ ປາດຖະໜາ ພັນທະນະສິລິ ອໍານວຍການໃຫຍ່ຝ່າຍມາດຕະຖານ ຄວາມປອດໄພ ແລະ ການບິນ ໄທແອເວ ( Thai Airways ) ໃຫ້ຮູ້ວ່າ: ຖ້ຽວບິນ TG 575 ຈາກວຽງຈັນ – ບາງກອກ ໃນວັນທີ 9 ມີນາ 2020 ມີກຳນົດຈະອອກຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວລາ 20:30 ໂມງ ( ຕາມເວລາທ້ອງຖິ່ນ ) ແລະ ຈະມາຮອດສະໜາມບິນສຸວັນນະພູມ ໃນເວລາ 21:35 ໂມງ.

ຂະນະທີ່ນັກບິນພວມຈະ Taxiway ນໍາຍົນຂຶ້ນບິນນັ້ນ ປາຍປີກໄດ້ຕໍາເອົາສ່ວນຫາງຂອງຍົນທີ່ຈອດຢູ່, ຝ່າຍບໍລິການພາກພື້ນດິນຂອງສະໜາມບິນສາກົນວັດໄຕໄດ້ຊ່ວຍເຫຼືອ ແລະ ນຳເອົາຜູ້ໂດຍສານທັງໝົດໄປໂຮງແຮມທີ່ຈັດກຽມໄວ້ໃຫ້ ເຊິ່ງເປັນມາດຕະຖານໃນການເບິ່ງແຍງຜູ້ໂດຍສານ ແລະ ທາງບໍລິສັດຈະຈັດແຈງໃຫ້ຜູ້ໂດຍສານກັບຄືນມາກຸງເທບ ( 10 ມີນາ 2020 ) ບໍລິສັດຈະສືບຕໍ່ສືບສວນ – ສອບສວນຫາສາເຫດຕໍ່ໄປ.

ຖ້ຽວບິນຈາກ TG 575 ໃນເສັ້ນທາງວຽງຈັນ – ບາງກອກ ແມ່ນດຳເນີນການບິນໂດຍຍົນ ແອບັສ A330 – 300 ເຊິ່ງບັນທຸກຜູ້ໂດຍສານ 79 ຄົນ, ນັກບິນ ແລະ ພະນັກງານ 13 ຄົນ.