ສືບສານປະເພນີ! ໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈຳປີ

216

ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2020 ທີ່ເດີ່ນວັດຜາສາດເຮືອນຫີນ ເມືອງ ໄຊພູທອງ ແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຄໍາວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ໄດ້ຂຶ້ນກ່າວເປີດງານ ເຊິ່ງບາງຕອນທ່ານກ່າວວ່າ: ຜາສາດເຮືອນຫີນເປັນສະຖາປັດຕະຍະກໍາທີ່ໂດດເດັ່ນລໍ້າຄ່າ ໂດຍບົງບອກເຖິງຄວາມເກັ່ງກ້າຄວາມສາມາດ, ສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າ ໃນຍົກສະໄໝບູຮານ (ອານາຈັກຂອມເຮືອງອໍານາດໃນສະໄໝສີໂຄດຕະບູນໃນຍົກເງິນຍາງ) ແລະ ຍັງເປັນສັນຍາລັກໃຫ້ແກ່ລຸ້ນຫຼັງ ໃນປັດຈຸບັນໄດ້ເຫັນຄຸນຄ່າຄວາມເປັນມາຂອງຊາດລາວເຮົາທີ່ເປັນຊາດໜຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ, ທີ່ບັນພະບູລຸດລາວແຕ່ລະຍຸກ, ແຕ່ລະສະໄໝໄດ້ປົກປັກຮັກສາ ແລະ ອະນຸລັກໄວ້ໃຫ້ຄົນລຸ້ນຫຼັງໄດ້ສຶກສາ, ຮຽນຮູ້ຄຸນຄ່າສະຖາປັດຕະຍະກໍາທີ່ຍັງປາກົດໃຫ້ເຫັນໃນປັດຈຸບັນ.

ທ່ານ ກ່າວຕື່ມວ່າ: ຜາສາດເຮືອນຫີນແຫ່ງນີ້ຖືວ່າເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາສັກ ຕາມການສັນນິຖານ ແມ່ນຖືກສ້າງຕັ້ງຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ແລະ ຢູ່ໃນຍົກດຽວກັນກັບໂຮງນາງສີດາ ທີ່ຕັ້ງຢູ່ເມືອງຈໍາປາສັກ, ແຂວງ ຈໍາປາສັກ ພາກໃຕ້ຂອງລາວ, ເຊິ່ງໄດ້ຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍົກສະໄໝ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ສໍາຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ກໍຄືຂອງຊາວເມືອງໄຊພູທອງ.

ເພື່ອຄວາມເປັນສິລິມຸງຄຸນ ທ່ານ ຄໍາວິໄສ ເຈົ້າເມືອງໄຊພູທອງ ໄດ້ໃຫ້ກຽດຂື້ນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກແຫ່ງການກ່າວເປີດງານຂື້ນຢ່າງເປັນທາງການ. ຈາກນັ້ນ, ການນໍາພັກ-ລັດກໍໄດ້ເຂົ້າຮ່ວມການແຫ່ຮູບຈໍາລອງຄື: ຮູບຈໍາລອງຜາສາດເຮືອນຫີນ, ງູຊ່ວງ, ງົວໂທນ, ເຕົ່າຄໍາ ແລະ ໜາຊ່ວງ ເພື່ອເປັນການສາກາລະບູຊາໃຫ້ແກ່ຜາສາດເຮືອນຫີນ ເຊິ່ງເປັນປີທໍາອິດທີ່ໃຫ້ມີກິດຈະກໍານີ້ ເພື່ອສຶບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາ.

ທີ່ມາ: ວິທະຍຸກະຈາຍສຽງສະຫວັນນະເຂດ