ແຕ່ງຕັ້ງ ທ່ານ ໂສມ ບຸດຕະກຸນ ເປັນຫົວໜ້າພະແນກ ຖວທ ແຂວງຈຳປາສັກຜູ້ໃໝ່

184

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ (ຖວທ) ໄດ້ມີພິທີມອບ – ຮັບຫົວໜ້າພະແນກ ຖວທ ແຂວງ ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ຜູ້ເກົ່າ ແລະ ທ່ານ ໂສມ ບຸດຕະກຸນ ຫົວໜ້າພະແນກ ຖວທ ແຂວງ ຜູ້ໃໝ່ຂຶ້ນໃນວັນທີ 6 ມີນາ 2020 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ນິພອນ ວຽງປະເສີດ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນຳຈາກພະແນກການຂົງເຂດວັດທະນະທຳ – ສັງຄົມ, ຫ້ອງການ ຖວທ 9 ເມືອງ, 1 ນະຄອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງະຕິບັດຂອງຕົນໃນໄລຍະຜ່ານມາ ເປັນຕົ້ນແມ່ນ ວຽກງານສື່ມວນຊົນໄດ້ນໍາພາສຸມໃສ່ໂຄສະນາເຫດການສຳຄັນຂອງພັກ-ຊາດ ແລະ ສາກົນ; ເນື້ອໃນຂອງສື່ມວນຊົນທຸກປະເພດແມ່ນໄດ້ສ່ອງແສງຄວາມເປັນຈິງບໍ່ວ່າເຫດການທີ່ເກີດຂຶ້ນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ເຫດການ, ສະພາບ ແລະ ການເຄື່ອນໄຫວ ໃນຊີວິດການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ໃຫ້ສະລະຄວາມຮູ້, ສຶກສາອົບຮົມປຸກລະດົມ ແລະ ການບັນເທີງໃຫ້ໄປເຖິງເປົ້າໝາຍພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍຜ່ານຫຼາຍປະຕູ, ຫຼາຍເວທີ, ຫຼາຍເຄືອຄ່າຍ ແລະ ຫຼາຍເສັ້ນທາງດ້ວຍຄວາມວ່ອງໄວ, ຊັດເຈນ, ທົ່ວເຖິງກວ່າເກົ່າ.

ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ – ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ແຂວງຈຳປາສັກ (ຜູ້ເກົ່າ) ແລະ ທ່ານ ໂສມ ບຸດຕະກຸນ ຫົວໜ້າພະແນກ ຖວທ (ຜູ້ໃໝ່) ເນື່ອງຈາກ ຫົວໜ້າພະແນກ ຖວທ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ.

ໂອກາດນີ້ ທ່ານ ນິພອນ ວຽງປະເສີດ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ກໍ່ໄດ້ໂອ້ລົມໂດຍເນັ້ນໃຫ້ຫົວໜ້າພະແນກ ຖວທ ຜູ້ໃໝ່ ແລະ ຜູ້ເກົ່າທີ່ໄປຮັບໜ້າທີ່ໃໝ່ຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານຂອງຕົນໃຫ້ຫຼາຍຂຶ້ນ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ທີ່ມາ: ສື່ມວນຊົນແຂວງຈຳປາສັກ