ອົງການອະນາໄມໂລກເຕືອນເງິນສ່ຽງເປັນແຫຼ່ງແຜ່ໂຄວິດ-19

207

ອົງການອະນາໄມໂລກເຕືອນປະຊາຊົນຫຼີກເວັ້ນການໃຊ້ເງິນທັງເງິນເຈ້ຍຫຼືເງິນຫຼຽນເນື່ອງຈາກສ່ຽງຕິດໂຄວິດ-19ໂດຍແນະນໍາຈ່າຍເງິນອອນລາຍຫຼືບັດເຄຣດິດ.

ທ່ານ ຄຣິດຕຽນ ລິນເມເອີ ໂຄສົກອົງການອະນາໄມໂລກເຕືອນວ່າ:ຂໍໃຫ້ປະຊາຊົນຫຼີກເວັ້ນການຢິບຈັບຫຼືສໍາຜັດເງິນເຈ້ຍຫຼືເງິນຫຼຽນເພື່ອໃຊ້ຊື້ສິນຄ້າໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19ເນື່ອງຈາກເງິນເຫຼົ່ານັ້ນຖືກປ່ຽນມືໄປຢ່າງວ່ອງໄວ ແລະ ອາດຈະມີພະຍາດດັ່ງກ່າວຕິດຢູ່ໂດຍໃນໄລຍະນີ້ຈະປອດໄພກວ່າຫາກປ່ຽນໄປໃຊ້ເງິນອອນລາຍຫຼືຈ່າຍຜ່ານບັດເຄຣດິດແທນ.

ພະຍາດທີ່ຍັງບໍ່ຕາຍສາມາດເກາະຕິດຢູ່ເງິນ ແລະ ຫຼຽນເງິນຕະຫຼອດຮອດວັດຖຸຕ່າງໆໄດ້ເປັນເວລາຍາວນານຫຼາຍມື້ເຮັດໃຫ້ເກີດຄວາມສ່ຽງທີ່ຈະຕິດໂຄວິດ-19ຜ່ານການສໍາຜັດໄດ້ເຖິງວ່າຈະເປັນສ່ຽງທີ່ໜ້ອຍກວ່າການແຜ່ກະຈາຍຈາກຄົນສູ່ຄົນກໍຕາມ.

ຢ່າງໃດກໍຕາມ,ລັດຖະບານຫຼາຍປະເທດໄດ້ສົ່ງໃຫ້ທະນາຄານທັງຫຼາຍຂ້າເຊື້ອເງິນທັງໝົດແລ້ວ ແລະ ມ້ຽນເງິນທີ່ຜ່ານການຂ້າເຊື້ອໄວ້ໃນທີ່ແຫ້ງເປັນເວລາ7ມື້.