ຍິນດີນຳ! ທ່ານ ຄໍາອ່າຍ ໄດ້ເປັນຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລອງຜູ້ໃໝ່

78

ຫ້ອງການສຶກສາທິການ ແລະ ກິລາ ເມືອງລອງ ແຂວງ ຫຼວງນໍ້າທາ ໄດ້ຈັດພິທີມອບ – ຮັບໜ້າທີ່ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ເມື່ອຕົ້ນເດືອນ ມີນາ ປີ 2020 ຜ່ານມາ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ສຸດທິປັນຍາ ເຈົ້າເມືອງໆລອງ, ມີທ່ານ ບຸນໂຮມ ຈີດດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ມີການເຊັນບົດບັນທຶກການມອບ – ຮັບໜ້າທີ່ກັນລະຫວ່າງ ທ່ານ ຫຸມພັນ ຈັນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຜູ້ເກົ່າ ແລະ ທ່ານ ຄໍາອ່າຍ ໄຊຍະເລີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຜູ້ໃໝ່.

ເຊິ່ງໃນໂອກາດນີ້, ທ່ານ ບຸນຈັນ ສຸດທິປັນຍາ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ, ພ້ອມທັງໄດ້ເນັ້ນໜັກໃຫ້ແກ່ຜູ້ທີ່ໄດ້ຮັບການໂຍກຍ້າຍ ແລະ ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນເອົາໃຈໃສ່ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ແລະ ຮັກສາມູນເຊື້ອອັນດີງາມໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ທີ່ມາ: ຂ່າວສານຫຼວງນໍ້າທາ