ໂຄວິດ – 19 ຄວນຟັງແຫຼ່ງຂ່າວທາງການ

619

ເປັນກະແສສັງຄົມເລື່ອງການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັສ ໂຄວິດ – 19 ( Covid – 19 ) ຍ້ອນວ່າມີຫຼາຍແຫຼ່ງຂ່າວບໍ່ຮູ້ວ່າຈະຟັງໃຜດີວ່າຊັ້ນ! ຜູ້ຂຽນຄິດວ່າຄວນຮັບຟັງແຫຼ່ງຂ່າວທາງການດີທີ່ສຸດ ໂດຍສະເພາະແມ່ນແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ແລະ ເຟສບຸ໊ກສູນຂ່າວສານການແພດສຸຂະສຶກສາ, ບໍ່ທໍ່ນັ້ນຍັງສາມາດໂທເຂົ້າສາຍດ່ວນໂດຍບໍ່ເສຍຄ່າໂທຕະຫຼອດ 24 ຊົ່ວໂມງ 166 ຫຼື ໂທເຂົ້າເບີ +85620 5406 6777.

Covid – 19 ເປັນພະຍາດທີ່ອັນຕະລາຍ ແລະ ສາມາດຕິດແປດໄດ້ງ່າຍທີ່ສຸດ ເພາະໄລຍະບົ່ມເຊື້ອແມ່ນຍາວນານ ແລະ ຈາກຄົນໜຶ່ງສາມາດແຜ່ກະຈາຍສູ່ຫຼາຍໆຄົນ. ມາເຖິງປັດຈຸບັນນີ້ມີທັງໝົດ 71 ປະເທດຢືນຢັນວ່າມີການຕິດເຊື້ອພະຍາດດັ່ງກ່າວ ແລະ ທີ່ສຳຄັນບໍ່ມີຢາປິ່ນປົວພະຍາດດັ່ງກ່າວເທື່ອ. ສະນັ້ນ, ການປ້ອງກັນຕົນເອງແມ່ນສຳຄັນທີ່ສຸດ.

ເມື່ອວັນທີ 4 ມີນາ 2020 ແລ້ວນີ້, ຜູ້ຂຽນມີໂອກາດເຂົ້າຮັບຟັງການປາຖະກະຖາກ່ຽວກັບການປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( Covid – 19 ) ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການປາຖະກະຖາຂອງທ່ານຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ.
ສະນັ້ນ, ຈຶ່ງຢາກມາບອກເລົ່າຕໍ່ ໂດຍສະເພາະຫາງສຽງສັງຄົມທີ່ລະແວງສົງໄສວ່າຢູ່ປະເທດເຮົາເປັນຫຍັງຈຶ່ງບໍ່ມີກໍລະນີຜູ້ຕິດເຊື້ອ Covid – 19.

ການກວດວິເຄາະທຸກກໍລະນີສົງໄສແມ່ນມີສູນວິເຄາະ ແລະ ລະບາດວິທະຍາ ເຊິ່ງແມ່ນຫ້ອງວິເຄາະຫຼັກໃນການກວດຢັ້ງຢືນ Covid – 19 ເຊິ່ງເປັນຫ້ອງວິເຄາະທີ່ຮັບຮອງຈາກອົງການອະນາໄມໂລກ ແລະ ໄດ້ຮັບການກວດສອບຄຸນນະພາບຈາກພາຍນອກ ( EQA ) ໃນການກວດ MERS coroNA. ນອກນັ້ນ, ຍັງມີຫ້ອງວິເຄາະປັດສະເຕີລາວ ແລະ ຫ້ອງວິເຄາະ LOMWRU Covid – 19 ທີ່ໂຮງໝໍມະໂຫສົດທີ່ຮ່ວມກັນຢັ້ງຢືນພະຍາດດັ່ງກ່າວ, ພ້ອມມີຊ່ຽວຊານອົງການອະນາໄມໂລກຕິດຕາມການກວດຢ່າງໃກ້ຊິດ.

ຜ່ານມາເພື່ອຮັບປະກັນຄຸນນະພາບຂອງການກວດຢັ້ງຢືນທາງຫ້ອງວິເຄາະ ກໍໄດ້ສົ່ງຜົນຕົວຢ່າງທີ່ກວດໃຫ້ຜົນລົບ 20 ຕົວຢ່າງໄປກວດຢັ້ງຢືນຄຸນນະພາບທີ່ຫ້ອງວິເຄາະອ້າງອີງຂອງອົງການອະນາໄມໂລກທີ່ປະເທດອົສຕຣາລີ ເຊິ່ງຜົນກວດແມ່ນໃຫ້ຜົນລົບຄືກັບຜົນກວດຂອງເຮົາທັງໝົດ, ມາຮອດປັດຈຸບັນໄດ້ກວດຕົວຢ່າງທັງໝົດ 47 ຕົວຢ່າງ, ທັງໝົດແມ່ນໃຫ້ຜົນລົບ ( – ) ບໍ່ພົບເຊື້ອ Covid – 19.

ຄືເວົ້າໃນເບື້ອງຕົ້ນວ່າພະຍາດອັນນີ້ການປ້ອງກັນຕົນເອງແມ່ນສຳຄັນທີ່ສຸດ ເຊິ່ງຕົ້ນຕໍແມ່ນສັງເກດອາການດັ່ງນີ້:
– ໄຂ້, ຂີ້ມູກຍ້ອຍ, ໄອ ແລະ ເຈັບຄໍ. ບາງຄັ້ງຖ້າອາການໜັກຂຶ້ນອາດເຮັດໃຫ້ຫາຍໃຈຍາກ ຫຼື ເກີດພະຍາດອັກເສບປອດ. ອາການຈະສະແດງພາຍໃນ 14 ວັນ ພາຍຫຼັງທີ່ໄດ້ສຳຜັດກັບເຊື້ອພະຍາດ.

ການປ້ອງກັນຕົນເອງ: ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າ ຫຼື ໃຊ້ເຈລລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ. ຫຼີກລຽງການສຳຜັດຕາ, ດັງ ແລະ ປາກ ຖ້າບໍ່ໄດ້ລ້າງມື, ຫຼີກລຽງການສຳຜັດໃກ້ຊິດກັບຄົນທີ່ມີອາການໄຂ້ ແລະ ໄອ. ເມື່ອເວລາໄອ ຫຼື ຈາມຕ້ອງປິດປາກ ແລະ ດັງດ້ວຍຂໍ້ສອກ ຫຼື ໃຊ້ເຈ້ຍອະນາໄມ, ເຈ້ຍອະນາໄມທີ່ໃຊ້ແລ້ວໃຫ້ຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ.

ສະນັ້ນໝົດທຸກຄົນໃນສັງຄົມຕ້ອງມີສະຕິຮັບຟັງຂໍ້ມູນຈາກແຫຼ່ງຂ່າວທາງການ ແລະ ປະຕິບັດການປ້ອງກັນດ້ວຍຕົນເອງດີທີ່ສຸດ.

( ຈົບ )
[ ທິດດີ ]