ໝາກເຫຼ່ນອົບກະທຽມ

48

ໝາກເຫຼ່ນອົບກະທຽມສາມາດປຸງດ້ວຍເຄື່ອງເທດສຳເລັດຮູບແບບເອີຣົບໄດ້ ແຕ່ໃນບ້ານເຮົາອາດຈະຫາຍາກ ແລະ ລາຄາອາດຈະສູງ ເຊິ່ງຫຼາຍຄົນກໍອາດຈະບໍ່ມັກກິ່ນເຄື່ອງເທດ ເພາະມັນຈະມີກິ່ນແຮງ. ສະນັ້ນ, ເພື່ອຄວາມສະດວກຈຶ່ງນຳໃຊ້ວັດຖຸດິບທີ່ມີໃນບ້ານເຮົາມານຳໃຊ້ກໍມີປະໂຫຍດເຊັ່ນກັນ.

ສ່ວນປະສົມ:

1 ໝາກເຫຼ່ນໃຫຍ່ ຫຼື ນ້ອຍ 300 ກຣາມ.

2 ກະທຽມສັບ ຫຼື ຊອຍບາງໆ 1 – 2 ບ່ວງແກງ.

3 ເກືອເລັກໜ້ອຍ.

4 ພິກໄທເລັກໜ້ອຍ.

5 ນ້ຳມັນໝາກກອກ 1 ບ່ວງແກງ.

6 ຜັກບົວລະພາສັບ 1 ບ່ວງແກງ ( ສໍາລັບໂຮຍໜ້າ ຫຼື ແຕ່ງຈານ ).

ວິທີປຸງແຕ່ງ:

ລ້າງໝາກເຫຼ່ນໃຫ້ສະອາດແລ້ວນຳມາຜ່າເຄິ່ງ ( ຈະຜ່າລວງຍາວ ຫຼື ລວງຂວາງກໍໄດ້ ) ແລະ ນຳມາທາດ້ວຍນ້ຳມັນໝາກກອກໂຮຍຫົວກະທຽມສັບໃສ່ພ້ອມປຸງລົດຊາດດ້ວຍເກືອ ແລະ ພິກໄທໃຫ້ຮຽບຮ້ອຍ.

ເມື່ອຮຽບຮ້ອຍແລ້ວກໍກຽມນຳໄປອົບດ້ວຍອຸນຫະພູມ 160 ອົງສາ ປະມານ 2 – 5 ນາທີ ຫຼື ຈົນກວ່າໝາກເຫຼ່ນສຸກຈຶ່ງນຳອອກມາ. ຈາກນັ້ນ, ຈັດໃສ່ຈານໂຮຍໜ້າດ້ວຍຜັກບົວລະພາສັບ ແລະ ໃຊ້ແຕ່ງຈານ ຫຼື ຈະໃຊ້ເປັນຜັກຊະນິດອື່ນກໍໄດ້.

( ຂໍ້ມູນຈາກ: rasa-malaysia.com )

[ ຮຽບຮຽງ: ນຸ້ມນິ້ມ ]