ເມືອງໄຊຍະບູລີຈະສູ້ຊົນເກັບລາຍຮັບໃຫ້ເພີ່ມຂຶ້ນ 10%

120

ໄລຍະ 5 ປີຜ່ານມາ ເສດຖະກິດເມືອງໄຊຍະບູລີ ຂະຫຍາຍຕົວໃນລະດັບ 8% ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ທີ່ 19,9 ລ້ານກີບ, ດ້ານການເກັບລາຍຮັບງົບປະມານບັນລຸ 154,86 ຕື້ກີບ ເທົ່າກັບ 112% ຂອງແຜນການ. ສ່ວນ 5 ປີຕໍ່ຈາກນີ້ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 8,6% ຕໍ່ປີ, ການຈັດເກັບລາຍຮັບໃຫ້ເພີ່ມຂຶ້ນ 10% ຕໍ່ປີ.

ທ່ານ ສອນສະຫວັນ ຈັນທະວົງ ກໍາມະການປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານເສດຖະກິດເມືອງ ແລະ ແຂວງໄຊຍະບູລີ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ – ສັງຄົມ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງໃນວັນທີ 5 ມີນາ ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະ 5 ປີຜ່ານມາ ເຫັນວ່າເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວໃນລະດັບ 8%, ລາຍໄດ້ທັງໝົດບັນລຸ 1.517,58 ຕື້ກີບ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 19,9 ລ້ານກີບ ເທົ່າກັບ 2.490 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ປີ 2014 ເພີ່ມຂຶ້ນ 8,7 ລ້ານກີບຕໍ່ຄົນຕໍ່ປີ.

ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ ເຊັ່ນ: ລາຍຮັບຈາກດ້ານກະສິກໍາ 445,95 ຕື້ກີບ ກວມ 29,4% ທຽບໃສ່ປີ 2014 ຫຼຸດລົງ 215,28 ຕື້ກີບ; ລາຍຮັບຈາກຫັດຖະກໍາ ແລະ ອຸດສາຫະກໍາ 484,72 ຕື້ ກວມ 31,9% ທຽບໃສ່ປີ 2014 ເພີ່ມຂຶ້ນ 474 ຕື້ກີບ, ລາຍຮັບຈາກການຄ້າ, ບໍລິການ ແລະ ເງິນເດືອນ 586,9 ຕື້ກີບ ກວມ 38,7% ທຽບໃສ່ປີ 2014 ເພີ່ມຂຶ້ນ 326,46 ຕື້ກີບ.

ການເກັບລາຍຮັບງົບປະມານ ສະເລ່ຍບັນລຸ 154,86 ຕື້ກີບ, ທຽບໃສ່ຄາດໝາຍປະຕິບັດໄດ້ 112%, ປະຕິບັດລາຍຈ່າຍ ໄດ້ 147,36 ຕື້ກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 118%.

ມູນຄ່າສົ່ງອອກສິນຄ້າພາຍໃນສະເລ່ຍເພີ່ມຂຶ້ນ 18% ຕໍ່ປີ, ໄດ້ສຸມໃສ່ຊຸກຍູ້ປະຊາຊົນປູກເຂົ້າທັງສອງລະດູ, ປູກເຂົ້າກະເສດສຸມ ໃນເນື້ອທີ່ 401,47 ເຮັກຕາ ທຽບໃສ່ຄາດໝາຍບັນລຸ 96,3%; ປັດຈຸບັນມີເນື້ອທີ່ປູກເຂົ້າທັງໝົດ 9.189,01 ເຮັກຕາ, ສາມາດຜະລິດເຂົ້າໄດ້ທັງໝົດ 30.678 ໂຕນ, ທຽບໃສ່ຄາດໝາຍລື່ນ 678,44 ໂຕນ, ສະເລ່ຍໃສ່ຫົວຄົນບັນລຸ 387 ກິໂລຕໍ່ຄົນຕໍ່ປີ.

ທ່ານ ສອນສະຫວັນ ຈັນທະວົງ ກ່າວຕື່ມວ່າ: ອີກ 5 ປີຂ້າງໜ້າເມືອງໄຊຍະບູລີ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 8,6% ຕໍ່ປີ, ລວມຍອດລາຍໄດ້ຜະລິດຕະພັນພາຍໃນໃຫ້ບັນລຸ 2.047,58 ຕື້ກີບ, ສະເລ່ຍໃຫ້ບັນລຸ 25,85 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 3.042 ໂດລາຕໍ່ຄົນຕໍ່ປີ.

ສູ້ຊົນຈັດເກັບລາຍຮັບໃຫ້ເພີ່ມຂຶ້ນໃນອັດຕາ 10% ຕໍ່ ປີ, ສູ້ຊົນຜະລິດເຂົ້າໃຫ້ໄດ້ໃນເນື້ອທີ່ 8.521 ເຮັກຕາ, ນໍາໃຊ້ແນວພັນເຂົ້າປັບປຸງໃຫ້ໄດ້ 90% ຂຶ້ນໄປ ຄາດຄະເນຜົນຜະລິດທັງໝົດ 35.636 ໂຕນ, ສະເລ່ຍໃສ່ຫົວຄົນ ໃຫ້ໄດ້ 450 ກິໂລຕໍ່ຄົນຕໍ່ປີຂຶ້ນໄປ, ການປູກພືດຜັກຕ່າງໆ ໃຫ້ບັນລຸຫຼາຍ ກວ່າ 99.400 ໂຕນ ໃນເນື້ອທີ່ 15.655 ເຮັກຕາ, ສູ້ຊົນຜະລິດພືດເປັນສິນຄ້າໃຫ້ບັນລຸ 12.300 ເຮັກຕາ.

[ ຂ່າວ – ຮູບໂດຍ: ອຸ່ນເຮືອນ ໂພທິລັກ ]