ຫຼາຍຝ່າຍຫາລືປ້ອງກັນໂຄວິດ – 19

126

ກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມມືກັບອົງການອະນາໄມໂລກ ແລະ ອົງການຢູນີເຊັບ ຈັດກອງປະຊຸມປຶກສາຫາລືການມີສ່ວນຮ່ວມຂອງສື່ມວນຊົນໃນການຕອບໂຕ້ການລະບາດພະຍາດໂຄວິດ – 19 ຂຶ້ນໃນວັນທີ 6 ມີນາ 2020 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມກອງປະຊຸມມີ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ບີ່ອາເຕ ດາສເທລ ຮອງຜູ້ຕາງໜ້າອົງການ ຢູນີເຊັບ ປະຈໍາ ສປປ ລາວ, ທ່ານ ນາງ ບູລີພາກ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາສື່ມວນຊົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວວ່າ: ເພື່ອປຶກສາຫາລືໃນການສ້າງ ຄວາມເຂົ້າໃຈໃຫ້ແກ່ສື່ມວນຊົນຂອງລາວ ກ່ຽວກັບໂຄ ວິດ – 19 ທັງເປັນການສ້າງ ຄວາມຮ່ວມມືເປັນເອກະພາບກັນທາງດ້ານເນື້ອໃນເພື່ອເຜີຍແຜ່ສູ່ມວນຊົນຢ່າງຖືກຕ້ອງ ແລະ ທັນເວລາ. ນອກນີ້, ຍັງເປັນການສ້າງເຄືອຂ່າຍໃນການແລກປ່ຽນຂ່າວສານໃນການອອກຂ່າວ ແລະ ຮັບປະກັນໃຫ້ເຂົ້າເຖິງມວນຊົນຢ່າງທົ່ວເຖິງ.

ສະນັ້ນ, ຈຶ່ງໄດ້ອາໄສຊ່ອງທາງສື່ມວນຊົນ ເພື່ອກະຈາຍຂ່າວສານໃນຮູບແບບ ແລະ ວິທີການທີ່ຫຼາກຫຼາຍຂອງສື່ມວນຊົນ ຈຶ່ງຮັບປະກັນວ່າເປັນຂ່າວສານທີ່ມີປະໂຫຍດເຂົ້າເຖິງປະຊາຊົນໄດ້ຢ່າງກວ້າງຂວາງ. ອີກຢ່າງໜຶ່ງຄືຂ່າວລື ແລະ ຂ່າວທີ່ບໍ່ເປັນ ຄວາມຈິງ ເຮັດໃຫ້ສັງຄົມແຕກຕື່ນສັບສົນ ຫຼື ວິຕົກກັງວົນຕໍ່ສະພາບການທີ່ເກີດຂຶ້ນ, ສິ່ງສໍາຄັນຄືຢາກໃຫ້ສື່ມວນຊົນສົນທະນາປຶກສາຫາລື ເພື່ອເປັນເອກະພາບໃນການສະເໜີຂໍ້ມູນ – ຂ່າວສານໃນລວງດຽວກັນ ເພື່ອກະຈາຍຂ່າວໃຫ້ແກ່ປະຊາຊົນເພື່ອບໍ່ໃຫ້ວິຕົກກັງວົນ ແລະ ປ້ອງກັນຕົນເອງ. ກໍລະນີມີອາການສົງໄສສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ.

ດ້ານການເຝົ້າລະວັງ ທ່ານ ດຣ. ເພັດສະໝອນ ຜິວແສງທອງ ຫົວໜ້າຄະນະຄຸ້ມຄອງທີມແພດປະຈຳດ່ານສາກົນ ຂົວມິດຕະພາບ ລາວ – ໄທ 1 ໃຫ້ສຳພາດ ໃນວັນທີ 5 ມີນາ 2020 ວ່າ: ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ຜູ້ຕິດເຊື້ອພະຍາດໂຄວິດ – 19 ເຂົ້າມາໃນລາວ ໂດຍສະເພາະແມ່ນໃນນະຄອນຫຼວງວຽງຈັນ, ຄະນະທີມແພດໄດ້ເອົາໃຈໃສ່ເຝົ້າລະວັງອີກເທົ່າຕົວ ໂດຍໄດ້ເພີ່ມຈຸດກວດອຸນຫະພູມອີກ 3 ຈຸດ ແລະ ມີພະນັກງານແພດປະຕິບັດໜ້າທີ່ກວດທັງໝົດ 8 ຄົນ, ເຮັດໃຫ້ປັດຈຸບັນຢູ່ດ່ານຂົວມິດຕະພາບ 1 ມີຈຸດກວດກາຄົນເຂົ້າ – ອອກເມືອງ ທັງໝົດ 4 ຈຸດ ເຊັ່ນ: ຈຸດກວດຄົນເຂົ້າເມືອງ, ຈຸດກວດລົດຄົນລາວ, ຈຸດກວດລົດຄົນໄທ ແລະ ຈຸດກວດຢູ່ສະຖານີລົດໄຟທ່ານາແລ້ງ ເຊິ່ງແຕ່ລະຈຸດຈະມີເຄື່ອງອຸປະກອນກວດ ແລະ ປ້ອງກັນ ທີ່ໄດ້ມາດຕະຖານລະດັບໜຶ່ງ ໂດຍສະເພາະແມ່ນຈຸດກວດຄົນເຂົ້າເມືອງທີ່ມີເຄື່ອງສະແກນອຸນຫະພູມ, ບາຫຼອດ, ເຈລລ້າງມື້ ແລະ ທາດເຫຼົ້າ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມທັງມີຫ້ອງແຍກດ່ຽວ 1 ຫ້ອງ ທີ່ກຽມພ້ອມສຳລັບກໍລະນີສົງໄສ ຫຼື ເຫດການສຸກເສີນ, ຄະນະທີມແພດໄດ້ປະຕິບັດໜ້າທີ່ ໂດຍສະຫຼັບສັບຊ້ອນກັນໃນທີມ ເພື່ອເພີ່ມມາດຕະການເຝົ້າລະວັງຢ່າງເຂັ້ມງວດ ແຕ່ລະຈຸດມີພະນັກງານແພດ 2 ຄົນ ພ້ອມກັບເຈົ້າໜ້າທີ່ຕໍາຫຼວດ 2 ຄົນ ເພື່ອປະຕິບັດໜ້າທີ່ ມື້ລະ 17 ຊົ່ວໂມງ ຕັ້ງແຕ່ 6:00 ໂມງ ຫາ 22:00 ໂມງ ໂດຍພະນັກງານທີມແພດເຮັດວຽກຢ່າງເຕັມທີ່. ພ້ອມກັນນັ້ນ, ທີມແພດກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ ເພື່ອປ້ອງກັນຕົນເອງ ແລະ ຮັກສາສຸຂະພາບໃຫ້ແຂງແຮງ.

ໃນແຕ່ລະມື້ຢູ່ດ່ານສາກົນຂົວມິດຕະພາບ 1 ຈະມີຄົນເຂົ້າເມືອງຢ່າງໜ້ອຍ 3 ພັນຄົນ, ແຕ່ເວລາ 14:00 ໂມງ ຂອງວັນທີ 4 ມີນາ 2020 ຫາ ຮອດ 14:00 ໂມງ ວັນທີ 5 ມີນາ 2020 ມີຈໍານວນຄົນເຂົ້າດ່ານທັງໝົດ 3.805 ຄົນ ຍິງ 2.057 ຄົນ ເດັກນ້ອຍ 146 ຄົນ. ໃນນັ້ນ, ຄົນລາວ 2.371 ຄົນ, ໄທ 953 ຄົນ, ຫວຽດນາມ 315 ຄົນ, ສ.ເກົາຫຼີ 53 ຄົນ, ຍີ່ປຸນ 28 ຄົນ, ຈີນ 11 ຄົນ ແລະ ປະເທດອື່ນໆ. ຜ່ານການເຝົ້າລະວັງ ແລະ ກວດຕາມຈຸດຕ່າງໆໃນໄລຍະຜ່ານມາ ເຫັນວ່າຍັງບໍ່ມີກໍລະນີໃດສົງໄສ ຫຼື ເຂົ້ານິຍາມຂອງພະຍາດໂຄວິດ – 19.