ສັນຍານທີ່ບົ່ງບອກເຖິງພາວະອ່ອນເພຍ

73

ອາການອ່ອນເພຍຊ້ຳເຮື້ອ ອາດເປັນ Burnout Syn- drome ຫຼື ພາວະອ່ອນເພຍທາງອາລົມ ເຊິ່ງເປັນອາການຂອງຄົນໃນໄວເຮັດວຽກຫຼາຍທີ່ສຸດ ໂດຍສາມາດສັງເກດພາວະດັ່ງກ່າວໄດ້ດ້ວຍ 3 ໄລຍະດັ່ງຕໍ່ໄປນີ້ ຖ້າມີອາການເມື່ອຍງ່າຍເລື້ອຍໆ.

ໄລຍະທຳອິດ: ມີອາການອ່ອນເພຍຊ້ຳເຮື້ອ, ບໍ່ມີແຮງ ແລະ ເມື່ອຍງ່າຍກວ່າປົກກະຕິໂດຍບໍ່ຮູ້ສາເຫດ ຫຼື ອາການເຈັບປ່ວຍທີ່ເຫັນໄດ້ແຈ້ງ.

ໄລຍະປານກາງ: ຂີ້ຫຼົງຂີ້ລືມເລື້ອຍໆກໍລະນີທີ່ມີອາຍຸຕ່ຳກວ່າ 50 ປີ ໂດຍເລີ່ມມີອາການຫຼົງລືມສິ່ງສຳຄັນຕ່າງໆ ໄດ້ແກ່: ກຸນແຈເຮືອນ, ກະເປົ໋າເງິນ ຫຼື ໂທລະສັບມືຖືທີ່ໃຊ້ໃນກິດຈະວັດປະຈຳວັນເລື້ອຍໆ ນັ້ນຖືເປັນເລື່ອງຜິດປົກກະຕິ. ອາການທາງຮ່າງກາຍ ເຊັ່ນ: ເຈັບໜ້າເອິກ, ຮູ້ສຶກວ່າຫົວໃຈເຕັ້ນໄວຜິດປົກກະຕິ, ຫາຍໃຈຕິດຂັດ ຫຼື ຫາຍໃຈບໍ່ທົ່ວທ້ອງ, ເຈັບຫົວ, ປວດຮາກ ແຕ່ບໍ່ສາມາດກວດຫາສາເຫດໄດ້.

ໄລຍະຮ້າຍແຮງ: ລະບົບພູມຕ້ານທານອ່ອນແອເມື່ອມີອາການໃນໄລຍະທຳອິດ ແລະ ກາງ ຕິດຕໍ່ກັນຫຼາຍກວ່າ 1 ເດືອນ ຮ່າງກາຍຈະເລີ່ມສະແດງອອກທາງລະບົບພູມຄຸ້ມກັນທີ່ອ່ອນແອ ເຊັ່ນ: ເປັນຫວັດງ່າຍ ແລະ ເປັນບາດແຜແລ້ວນານເຊົາ. ນອກຈາກນີ້, ຍັງມີອາລົມໃນທາງລົບຢ່າງເຫັນໄດ້ແຈ້ງບໍ່ວ່າຈະເປັນຊຶມເສົ້າ, ມີການເກັບຕົວຢູ່ຄົນດຽວ, ອາລົມຫງຸດຫງິດງ່າຍ ຫຼື ເລີ່ມຫາທາງອອກດ້ວຍການໃຊ້ສານເສບຕິດ ໄດ້ແກ່: ຢາສູບ, ເຄື່ອງດື່ມແອລກໍຮໍ ແລະ ສານເສບຕິດຊະນິດອື່ນໆ.

ພະຍາຍາມວາງແຜນໃນການເຮັດວຽກ ແລະ ການໃຊ້ຊີວິດຈະຊ່ວຍຫຼຸດພາວະອ່ອນເພຍໄດ້ ຫຼື ພະຍາຍາມເຮັດກິດຈະກຳຕ່າງໆ ເພື່ອສ້າງຄວາມສຸກໃຫ້ກັບຕົນເອງ ແຖມຍັງເປັນການເສີມສ້າງສຸຂະພາບທີ່ແຂງແຮງໄປໃນຕົວນຳ.

( ຂໍ້ມູນຈາກ: healty-homethailand.com )

[ ຮຽບຮຽງ: ນຸ້ມນິ້ມ ]