ທັກສະທີ່ຈະພານັກການຕະຫຼາດກ້າວໄປສູ່ຄວາມສໍາເລັດ

137

ການເພີ່ມທັກສະໃນການເຮັດວຽກ ເປັນສິ່ງສໍາຄັນທີ່ບໍ່ອາດຈະຂາດໄປໄດ້ ເພາະຍິ່ງມີການພັດທະນາໃນສ່ວນນີ້ຫຼາຍເທົ່າໃດ ໂອກາດທີ່ຈະເຕີບໂຕ ຫຼື ກ້າວໜ້າກໍຍິ່ງມີຫຼາຍຂຶ້ນ. ສໍາລັບນັກການຕະຫຼາດເປັນໜຶ່ງອາຊີບທີ່ຕ້ອງມີການຝຶກຝົນ ແລະ ພັດທະນາທັກສະຢູ່ສະເໝີ. ດັ່ງນັ້ນ, ຜູ້ຂຽນໄດ້ຮຽບຮຽງເອົາ 9 ທັກສະ ທີ່ນັກການຕະຫຼາດຈະຕ້ອງມີເພື່ອກ້າວໄປສູ່ຄວາມສໍາເລັດ ດັ່ງນີ້:

1 ທັກສະການສື່ສານ: ຖ້າທ່ານສາມາດສື່ສານເວົ້າກັບທຸກຄົນໃນທຸກລະດັບໃນອົງກອນທີ່ຢູ່ໄດ້ເປັນຢ່າງດີ ຖືເປັນການຝຶກເລື່ອງການສື່ສານເບື້ອງຕົ້ນທີ່ດີ ກ່ອນໜ້າທີ່ຈະໄປຮັບມືກັບລູກຄ້າ ແລະ ບຸກຄົນພາຍນອກອົງກອນໄດ້ທຸກຮູບແບບ.

2 ທັກສະການຂຽນ: ການຂຽນນັ້ນມີຜົນຫຼາຍໃນການປະສານງານລະຫວ່າງພາກສ່ວນງານ, ການເວັ້ນວັກຜິດພຽງບ່ອນດຽວ ອາດໝາຍເຖິງການສື່ສານທີ່ຜິດພາດຄັ້ງໃຫຍ່ໄດ້. ດັ່ງນັ້ນ, ທັກສະການຂຽນຈຶ່ງເປັນສິ່ງທີ່ບໍ່ຄວນປະປ່ອຍ.

3 ທັກສະດ້ານການຄິດວິເຄາະ: ນັກການຕະຫຼາດຄວນມີທັດສະນະທີ່ກວ້າງໄກ ໂດຍມີຈຸດເລີ່ມຕົ້ນຈາກການພັດທະນາທັກສະໃນການຄິດວິເຄາະຂໍ້ມູນຕ່າງໆ ກ່ຽວກັບແຜນການຕະຫຼາດຂອງຕົນເອງໄດ້ຢ່າງມີປະສິດທິພາບ.

4 ທັກສະດ້ານສ້າງສັນສິ່ງໃໝ່: ແນວຄິດສ້າງສັນເປັນທັກສະທີ່ນັກການຕະຫຼາດບໍ່ອາດຈະຂາດໄປໄດ້ ເພາະການສ້າງກົນລະຍຸດການຕະຫຼາດທີ່ແຕກຕ່າງ, ບໍ່ຄືໃຜຈະເຮັດໃຫ້ສິນຄ້າ ແລະ ບໍລິການໂດດເດັ່ນອອກມາຈາກຄູ່ແຂ່ງຂັນໄດ້ ເຊິ່ງການພັດທະນາທັກສະສ່ວນນີ້ ຕ້ອງອາໄສການຮຽນຮູ້ຈາກຂໍ້ມູນຂ່າວໃໝ່ໆຢູ່ສະເໝີ.

5 ທັກສະການເຈລະຈາຕໍ່ລອງ: ນັກການຕະຫຼາດບໍ່ຈຳເປັນຕ້ອງເວົ້າເກັ່ງເປັນນ້ຳຖ້ວມທົ່ງ, ແຕ່ທຸກຄຳເວົ້າທີ່ອອກມາໃນລະຫວ່າງການຕິດຕໍ່ທຸລະກິດຕ້ອງເນັ້ນໄປທີ່ເປົ້າໝາຍ ແລະ ກໍ່ໃຫ້ເກີດປະໂຫຍດຕໍ່ວຽກທີ່ເຮັດຢູ່ ເຊິ່ງມີສ່ວນສຳຄັນທີ່ເຮັດໃຫ້ການເຈລະຈານັ້ນປະສົບຜົນສຳເລັດໄດ້.

6 ທັກສະການເຮັດວຽກເປັນທີມ: ດ້ວຍແນວທາງການເຮັດວຽກການຕະຫຼາດນັ້ນ ບໍ່ອາດຈະຈົບວຽກໄດ້ດ້ວຍຕົວຄົນດຽວ, ການຮູ້ຈັກເຮັດວຽກເປັນທີມຈະສົ່ງຜົນໃຫ້ຄວາມສຳເລັດຍິ່ງໃກ້ເຂົ້າມາ.

7 ທັກສະທາງຄອມພິວເຕີ: ໃນຍຸກສື່ສັງຄົມອອນລາຍແບບຄືທຸກວັນນີ້ ເຕັກໂນໂລຊີເປັນປັດໄຈສຳຄັນທີ່ບໍ່ອາດຈະຂາດໄປໄດ້ໃນການເຮັດວຽກ, ການຮູ້ຈັກໃຊ້ປະໂຫຍດຈາກຄອມພິວເຕີ ແລະ ເຕັກໂນໂລຊີໃຫ້ເກີດປະໂຫຍດສູງສຸດ ຈະຊ່ວຍເຮັດໃຫ້ວຽກຂອງທ່ານງ່າຍຂຶ້ນໄດ້ຫຼາຍ.

8 ທັກສະດ້ານການຄ້າ: ພຽງແຕ່ຕຳແໜ່ງທີ່ຄວບຄຸມກັບເລື່ອງ “ ການຕະຫຼາດ ” ແລ້ວຫາກຂາດທັກສະດ້ານນີ້ໄປ ໂອກາດທີ່ຈະເລີນກ້າວໜ້າຄົງເປັນໄປໄດ້ຍາກ, ກະແສ ຫຼື   ເທຣນທີ່ກຳລັງໄດ້ຮັບຄວາມນິຍົມເປັນສິ່ງທີ່ຊ່ວຍໃຫ້ທ່ານສາມາດວິເຄາະໄດ້ວ່າ ທ່າອ່ຽງການຕະຫຼາດໃນຕອນນີ້ໄປຮອດໃສແລ້ວ ແລະ ແນ່ນອນວ່າຈະເຮັດໃຫ້ທ່ານສາມາດຂາຍສິນຄ້າໄດ້ຖືກທີ່ຖືກທາງ.

9 ຄວາມພະຍາຍາມໃນ ຄວາມສຳເລັດ: ຂໍ້ນີ້ອາດຈະບໍ່ແມ່ນທັກສະຢ່າງດຽວ, ແຕ່ຫາກນັກການຕະຫຼາດບໍ່ມີ ຄວາມພະຍາຍາມທີ່ຈະກ້າວໄປໃຫ້ເຖິງຄວາມສຳເລັດແລ້ວ ຄວາມກ້າວໜ້າໃນໜ້າທີ່ວຽກງານຄົງເກີດຂຶ້ນໄດ້ຍາກ.

( ທີ່ມາ: newtv.co.th )

( ຮຽບຮຽງ: ສັນຕິ )