ບໍລິສັດ ມີເດຍ ເປີດໂຕສິນຄ້າໃໝ່ບຸກຕະຫຼາດ 4 ແຂວງພາກໃຕ້

160

ບໍລິສັດ ມີເດຍ ( Midea ) ຜູ້ນໍາທາງດ້ານທຸລະກິດເຄື່ອງປັບອາກາດ, ເຄື່ອງເຮັດ ຄວາມເຢັນ, ເຄື່ອງຊັກລີດ, ເຄື່ອງໃຊ້ເຮັດອາຫານຂະໜາດໃຫຍ່, ເຄື່ອງຄົວຂະໜາດໃຫຍ່ ແລະ ຂະໜາດນ້ອຍ, ເຄື່ອງໃຊ້ໄຟຟ້າທີ່ກ່ຽວຂ້ອງກັບນ້ຳ, ເຄື່ອງທຳຄວາມສະອາດ ແລະ ອຸປະກອນແສງສະຫວ່າງ. ຫຼ້າສຸດ, ໄດ້ມີການຈັດງານຝຶກອົບຮົມ ແລະ ເປີດຕົວຜະລິດຕະພັນນະວັດຕະກຳໃໝ່ໆ ຢູ່ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ເພື່ອໃຫ້ຕົວແທນຈຳໜ່າຍໄດ້ຮັບຮູ້ກ່ຽວກັບຜະລິດຕະພັນໃຫ້ດີຍິ່ງຂຶ້ນ.

ທ່ານ ກວາງຄໍາ ຜູ້ບໍລິຫານຮ້ານກວາງຄໍາ ເຄື່ອງເຢັນ, ນາງ ກິຣະນາ ປະທານບໍລິສັດໂອດ່ຽນເຄື່ອງເຢັນ ແລະ ທ່ານ ກິບສັນ ຜູ້ຈັດການຝ່າຍຜະລິດຕະພັນ ບໍລິສັດ ມີເດຍ ຈາກປະເທດຈີນ ໄດ້ຮ່ວມກັນຖະແຫຼງຂ່າວວ່າ: ສໍາລັບແຜນກົນລະຍຸດໃນທຸລະກິດເຄື່ອງປັບອາກາດນີ້ ພວກເຮົາສຸມໃສ່ຕະຫຼາດຈໍາໜ່າຍໃນ 4 ແຂວງພາກໃຕ້ຢ່າງເຕັມຮູບແບບ ດ້ວຍວິທີສົ່ງເສີມການຂາຍແບບຄົບວົງຈອນ ເຊັ່ນ: ປ້າຍໂຄສະນາ, ສື່ສິ່ງພິມ ແລະ ສື່ອອນລາຍ ເພື່ອເຂົ້າເຖິງຜູ້ບໍລິໂພກໃຫ້ໄດ້ຫຼາຍທີ່ສຸດ ລວມທັງໂປຣໂມຊັນສົ່ງເສີມການຂາຍຜ່ານຮ້ານຄ້າຕົວແທນຈຳໜ່າຍ 30 ຮ້ານຄ້າ ໃນທົ່ວ 4 ແຂວງພາກໃຕ້ຂອງປະເທດລາວ.

ໂອກາດນີ້, ທ່ານ ກິບສັນ ຜູ້ຈັດການຝ່າຍຜະລິດຕະພັນ ບໍລິສັດ ມີເດຍ ຈາກປະເທດຈີນ ຍັງໃຫ້ຮູ້ຕື່ມອີກວ່າ: ເຫັນວ່າມີຕົວແທນຈຳໜ່າຍຂອງ ບໍລິສັດ ມີເດຍ ໃນລາວມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນບັນດາຕົວແທນຈຳໜ່າຍມີ ຄວາມກະຕືລືລົ້ນ ແລະ ຮັກການຮຽນຮູ້ຢູ່ສະເໝີ ເຊິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ ດ້ວຍເຫດນີ້ພວກເຮົາຈຶ່ງໄດ້ຈັດການອົບຮົມ ແລະ ເປີດຕົວຜະລິດຕະພັນນະວັດຕະກຳໃໝ່ໆ ເພື່ອໃຫ້ຕົວແທນຈຳໜ່າຍໄດ້ຮັບຮູ້ເຖິງຂໍ້ມູນ – ຂ່າວສານ ລວມທັງອະທິບາຍຈຸດເດັ່ນຂອງແຕ່ລະຜະລິດຕະພັນ.

ບໍລິສັດ ມີເດຍ ກໍ່ຕັ້ງຂຶ້ນໃນປີ 1968 ຕັ້ງຢູ່ພາກໃຕ້ຂອງປະເທດຈີນ ເປັນຜູ້ຜະລິດຈຳໜ່າຍສິນຄ້າອຸດສາຫະກຳເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ແລະ ເປັນຜູ້ສົ່ງອອກສິນຄ້າເຄື່ອງປັບອາກາດອັນດັບຕົ້ນໆຂອງປະເທດຈີນ ເຊິ່ງມີໂຮງງານຜະລິດສິນຄ້າຫຼາຍເຖິງ 21 ແຫ່ງ ແລະ ມີຕະຫຼາດຈໍາໜ່າຍສິນຄ້າຫຼາຍກວ່າ 260 ແຫ່ງທົ່ວໂລກ ໄດ້ຈົດທະບຽນເຂົ້າຕະຫຼາດຫຼັກຊັບໃນເດືອນກໍລະກົດ 2016.

[ ໂດຍ: ສົມສະຫວິນ ]