ຊາປາກຊ່ອງ ໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດສິນຄ້າກະສິກຳຢ່າງເປັນທາງການ

313

ເມື່ອເວົ້າເຖິງຜະລິດຕະພັນຂອງສິນຄ້າກະສິກຳໃນເຂດພູພຽງບໍລິເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງນອກຈາກປະເພດກາເຟ, ໝາກແໜ່ງ, ພືດຜັກ, ໝາກໄມ້ ແລະ ອື່ນໆແລ້ວ ຍັງມີປະເພດຊາທີ່ປະຊາຊົນນິຍົມປູກເພື່ອເປັນສິນຄ້າສົ່ງອອກນຳອີກ. ຫຼ້າສຸດ, ສະມາຄົມສົ່ງເສີມຊາປາກຊ່ອງ ກໍໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດຢ່າງເປັນທາງການ. ຈຸດປະສົງຂອງການຈົດທະບຽນກໍເພື່ອເປັນການປົກປ້ອງຖິ່ນກຳເນີດຂອງຊາປາກຊ່ອງໄວ້ໃຫ້ມີຄວາມຍືນຍົງຢູ່ພາຍໃນພາກພື້ນ ແລະ ສາກົນ ເຮັດໃຫ້ຊາປາກຊ່ອງຮັກສາໄວ້ລົດຊາດທີ່ເປັນເອກກະລັກສະເພາະ, ເປັນສິນຄ້າສົ່ງອອກຕ່າງປະເທດ ແລະ ສ້າງມູນຄ່າເພີ່ມໄດ້ອີກດ້ວຍ.

ທ່ານ ແສງທອງ ມະນີຊັບ ປະທານສະມາຄົມສົ່ງເສີມຊາປາກຊ່ອງ ແລະ ຕາງໜ້າສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ລາຍງານການກະກຽມຄວາມພ້ອມຂອງການຈົດທະບຽນຖິ່ນກຳເນີດຊາປາກຊ່ອງໂດຍຫຍໍ້ ວ່າ: ຊາປາກຊ່ອງ ແມ່ນຊາທີ່ປູກໃນຂອບເຂດເມືອງປາກຊ່ອງ, ມີລົດຊາດເປັນເອກະລັກສະເພາະ ເຊິ່ງສ່ວນຫຼາຍແມ່ນປຸກຢູ່ເຂດບ້ານຫຼັກ 38 ແລະ ຫຼັກ 45, ລວມສະມາຊິກທັງໝົດ 112 ຄອບຄົວ ແລະ ມີ 2 ບໍລິສັດສະເໜີຂໍເຂົ້າເປັນສະມາຊິກ. ໃນນັ້ນ, ມີທັງຜູ້ຜະລິດ ແລະ ຜູ້ປະກອບການຊາ.

ໃນທ້າຍປີ 2018 ໄດ້ມີກອງປະຊຸມວິຊາການກ່ຽວກັບການກະກຽມເງື່ອນໄຂ ເພື່ອສ້າງຕັ້ງສະມາຄົມຊາປາກຊ່ອງ ໂດຍແມ່ນກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຈັດຂຶ້ນ ເພື່ອກະກຽມເງື່ອນໄຂຈົດທະບຽນຖິ່ນກຳເນີດສິນຄ້ານີ້ໄວ້, ມາເຖິງໃນປີ 2019 ໄດ້ມີກອງປະຊຸມວິຊາການຫຼາຍຄັ້ງເພື່ອສືບຕໍ່ປັບປຸງ ແລະ ແກ້ໄຂບັນຫາຕ່າງໆ ເຊັ່ນ: ປັບປຸງກົດລະບຽບພາຍໃນສະມາຄົມທີ່ຍັງຄ້າງ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງຕື່ມອີກ.

ພາຍຫຼັງກອງປະຊຸມແຕ່ລະຄັ້ງ ຄະນະສະມາຄົມໄດ້ເຕົ້າໂຮມສະມາຊິກຜູ້ຜະລິດ, ບັນດາຜູ້ປະກອບການຊາ ເພື່ອປຶກສາຫາລືສ້າງຄວາມເຂົ້າໃຈ ແລະ ຄວາມໝາຍ ຄວາມສຳຄັນຂອງຖິ່ນກຳເນີດຊາ ເຊິ່ງເຮັດໃຫ້ສະມາຊິກມີຄວາມເຫັນດີເຫັນພ້ອມ ແລະ ໄດ້ຄັດເລືອກຄະນະຂົນຂວາຍຂຶ້ນຈຳນວນ 5 ທ່ານ ຍິງ 1 ທ່ານ ໂດຍການຮັບຮອງຈາກກະຊວງພາຍໃນ.

ທ່ານກ່າວຕື່ມວ່າ: ພາຍຫຼັງໄດ້ຮັບຮອງຄະນະຂົນຂວາຍແລ້ວ, ສະມາຄົມດັ່ງກ່າວໄດ້ເຄື່ອນໄຫວເຮັດໜ້າທີ່ເກັບກໍາຂໍ້ມູນສວນຊາຕົວຈິງ, ສ້າງລະບຽບພາຍໃນ, ສ້າງຄຸນລັກສະນະສະເພາະ ແລະ ຜ່ານກອງປະຊຸມປັບປຸງຫຼາຍຄັ້ງຈົນສຳເລັດ ຈຶ່ງໄດ້ລວບລວມເອົາລາຍຊື່ສະມາຊິກທັງໝົດທີ່ຍື່ນຄຳຮ້ອງເຂົ້າເປັນສະມາຊິກ ແລະ ໄດ້ປະສານສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ( ພວຕ ) ແຂວງຈຳປາສັກ ໂດຍສະເພາະຂະແໜງຊັບສິນທາງປັນຍາ ເພື່ອຊຸກຍູ້ຊ່ວຍເຫຼືອດ້ານເອກະສານຕ່າງໆຈົນສຳເລັດ ແລະ ຄົບຖ້ວນຕາມດຳລັດຂອງກະຊວງພາຍໃນ ວ່າດ້ວຍການສ້າງຕັ້ງສະມາຄົມເສດຖະກິດ. ຈາກນັ້ນ, ສະມາຄົມດັ່ງກ່າວໄດ້ຍື່ນເອກະສານຕ່າງໆເຖິງ ພວຕ ແຂວງ ແລະ ກະຊວງພາຍໃນ ເພື່ອຂໍອະນຸມັດສ້າງຕັ້ງສະມາຄົມຊາປາກຊ່ອງ ຖືກຕ້ອງຕາມລະບຽບຫຼັກການ.

ໃນພິທີຍື່ນ – ຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດຊາປາກຊ່ອງຄັ້ງນີ້ ຕາງໜ້າສະມາຄົມສົ່ງເສີມຊາປາກຊ່ອງ ເພື່ອຍື່ນຄໍາຮ້ອງດັ່ງກ່າວແມ່ນ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ ແລະ ຮັບຄໍາຮ້ອງໂດຍ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ). ພິທີຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດຊາປາກຊ່ອງ ຂອງສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສຳນັກງານປົກຄອງແຂວງຈຳປາສັກ.

[ ໂດຍ: ສົມສະຫວິນ, ຮູບ: ກວຕ ]