ລາວໂຕໂຢຕ້າ ເອັຟຊີ ຕ້ອນຮັບ ທີມຈາກຫວຽດນາມ ມື້ອື່ນຈະບໍ່ໃຫ້ແຟນບານເຂົ້າເບິ່ງໃນສະໜາມຫຼັກ 16

91

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ອອກຖະແຫຼງການຢ່າງເປັນທາງການ ໃນທ້າຍອາທິດທີ່ຜ່ານມາວ່າ ນັດລະຫວ່າງ ລາວໂຕຢຕ້າ ເອັຟຊີ ທີມຈາກລາວພຣີເມຍລີກ ຈະຕ້ອນຮັບການມາຢາມຂອງ ໂຮຈິມິນ ຊິຕີ້ ເອັຟຊີ ໃນວັນທີ 10 ມີນາ 2020 ເວລາ 18:30 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ຈະບໍ່ອະນຸຍາດໃຫ້ແຟນບານເຂົ້າຊົມການແຂ່ງຂັນໃນສະໜາມ ເພື່ອປ້ອງກັນຄວາມສ່ຽງໃນການຕິດເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ-19 ).

ຫຼ້າສຸດໃນຕອນແລງຂອງວັນທີ 9 ມີນາ 2020 ໄດ້ມີພິທີຖະແຫຼງຂ່າວກ່ອນແຂ່ງຂັນ ທີ່ສະຫະພັນບານເຕະແຫ່ງຊາດລາວ ໂດຍ ທ່ານ JUN FUKUDA ຫົວໜ້າຄູຝຶກຊາວຍີ່ປຸ່ນຂອງ ລາວໂຕໂຢຕ້າ ເອັຟຊີ ກ່າວວ່າ: ຈາກ 2 ນັດທີ່ຜ່ານມາ ເຫັນວ່າ ລາວໂຕໂຢຕ້າ ເອັຟຊີ ມີການພັດທະນາດີຂຶ້ນ ເຖິງວ່າຈະມີຜິດຜາດ, ແນ່ນອນຫຼັງຈາກ 2 ນັດດັ່ງກ່າວ ພວກເຮົາກໍໄດ້ແກ້ຈຸດທີ່ຜິດຜາດ ແລະ ກຽມພ້ອມສໍາລັບນັດມື້ອື່ນທີ່ຈະພົບກັບ ໂຮຈິມິນ ຊິຕີ້ ເພື່ອຫວັງເກັບຄະແນນໃຫ້ໄດ້ ອີກຢ່າງໜຶ່ງກະໜ້າເສຍດາຍທີ່ ນັດນີ້ແຟນບານ ຈະບໍ່ໄດ້ເຂົ້າມາເຊຍໃນສະໜາມ ເນື່ອງຈາກໂຄວິດ-19 ທີ່ພວກເຮົາຕ້ອງປ້ອງກັນໄວ້ກ່ອນ. ຢ່າງໃດກໍຕາມ ພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອແຟນບານທີ່ຕິດຕາມທາງຖ່າຍທອດສົດ.

ຂະນະດຽວກັນ ທ່ານ CHUNG HAE SOUNG ຫົວໜ້າຄູຝືກຊາວ ສ ເກົາຫຼີ ກ່າວວ່າ: ໂຮຈິມິນ ຊິຕີ້ ເອັຟຊີ ທ້າຍອາທິດ ທີ່ຜ່ານມາ ໂຮຈິມິນ ຊິຕີ້ ຫາກໍໄດ້ລົງແຂ່ງຂັນລີກສູງສຸດຂອງ ຫວຽດນາມ ນັດທໍາອິດ ແລະ ມີເວລາພຽງ 10 ຊົ່ວໂມງ ກ່ອນເດີນທາງມາ ສປປ ລາວ ເພື່ອລົງແຂ່ງຂັນ ເອເອັຟຊີ ຄັບ 2020. ຢ່າງໃດກໍຕາມ ພວກເຮົາໄດ້ຊ້ອມມື້ວານນີ້ ແລະ ມື້ນີ້ໄດ້ຊ້ອມຄັ້ງທີ 2 ເພື່ອໃຫ້ນັກເຕະໄດ້ຜ່ອນຄາຍ ແລະ ປັບຕົວເຂົ້າກັບສະພາບອາກາດ ລວມເຖິງສ້າງຄວາມພ້ອມທີ່ສຸດກ່ອນລົງສະໜາມ ເພື່ອຫວັງຊະນະໃຫ້ໄດ້, ສ່ວນເປົ້າໝາຍໃນລາຍການນີ້ ກໍຄືທຸກໆທີມທີ່ຫວັງສູງຫວັງເຖິງແຊັມ. ( ຄລິບສໍາພາດເພີ່ມຕື່ມດ້ານລຸ່ມ ).

ສໍາລັບ ລາວໂຕໂຢຕ້າ ລົງສະໜາມໃນການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2020 ໄປແລ້ວ 2 ນັດໄປແລ້ວເສຍທັງໝົດ ເຮັດໃຫ້ຍັງບໍ່ມີຈັກຄະແນນ ຢູ່ອັນດັບທ້າຍຂອງຕາຕະລາງ, ສ່ວນທີມນໍາກຸ່ມເປັນຂອງ ໂຮຈິມິນ ຊິຕີ້ ເອັຟຊີ ທີມຈາກຫວຽດນາມ ມີ 4 ຄະແນນ ເທົ່າກັບ ອັນດັບ 2 ຢ່າງ ຢາງກຸ້ງ ຢູໄນເຕັດ ທີມຈາກມຽນມາ ແລະ ອັນດັບ 3 ເປັນຂອງ Hougang United ທີມຈາກສິງກະໂປ ມີ 3 ຄະແນນ.
ສ່ວນຕາຕະລາງການແຂ່ງຂັນນັດທີ່ເຫຼືອຂອງ ລາວໂຕໂຢຕ້າ ເອັຟຊີ ຈະປ່ຽນຮັບການມາຢາມ ໂຮຈິມິນ ເອັຟຊີ ໃນວັນທີ 10 ມີນາ 2020, ໄປຢາມຂອງ Hochiminh City FC ໃນວັນທີ 15 ເມສາ 2020, ໄປຢາມ Hougang United FC ໃນວັນທີ 29 ເມສາ 2020 ແລະ ຮັບການມາຢາມຂອງ YANGON UNITED FC ໃນວັນທີ 13 ພຶດສະພາ 2020.
(ຂ່າວ: ຄໍາສອນ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation)